ອິດສະຣາແອນ ກຽມພ້ອມຕໍ່ສູ້ໃນຫຼາຍສະໜາມຮົບເພື່ອໃຫ້ຮາມາດປະລາໄຊ

(VOVWORLD) -   ນັບແຕ່ເວລາກອງທັບ ອິດສະຣາແອນ ປຸກລະດົມບັ້ນຮົບບຸກໂຈມຕີທາງອາກາດທີ່ແນໃສ່ເຂດກາຊາ ໃນຕອນເຊົ້າວັນທີ 7 ຕຸລາ ເພື່ອໂຕ້ຕອບການບຸກໂຈມຕີແບບກະທັນຫັນຂອງ ຮາມາດ ໃສ່ພາກໃຕ້ ອິດສະຣາແອນ ໃນວັນດຽວກັນ

  ວັນທີ 15 ຕຸລາ, ທ່ານວາທີພົນເຮືອ Daniel Hagari, ໂຄສົກຂອງກຳລັງປ້ອງກັນຕົວ ອິດສະຣາແອນ ໄດ້ປະກາດວ່າ ກຳລັງນີ້ກຽມພ້ອມສູ້ຮົບໃນ 2 ສະໜາມຮົບ ຫຼືຫຼາຍກ່ວານັ້ນອີກ, ເພື່ອແນໃສ່ປະຕິບັດເປົ້າໝາຍດັບສູນຂະບວນການອິດສະລາມ ຮາມາດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ອິດສະຣາແອນ. ກ່າວຄຳເຫັນໃນການປະຊຸມຂ່າວທາງການຢູ່ Ted Aviv, ທ່ານວາທີພົນເຮືອເອກ Daniel Hagari ກໍ່ໄດ້ຊີ້ແຈ້ງວ່າ ບັນດາກຳລັງປະກອບອາວຸດ ອິດສະຣາແອນ ຈະບໍ່ປ່ອຍຜ່ານບໍ່ວ່າສະຖານທີ່ໃດໆໃນເຂດຕາເວັນອອກກາງ, ມີຄວາມໝາຍວ່າ ອາດຈະບຸກໂຈມຕີທາງອາກາດ ແລະ ດັບສູນບັນດາມືປືນ ຮາມາດ ຢູ່ບໍ່ວ່າສະຖານທີ່ໃດໃນເຂດຕາເວັນອອກກາງ, ເພື່ອຮັບໃຊ້ເປົ້າໝາຍດ້ານຄວາມໝັ້ນຄົງນີ້.

        ນັບແຕ່ເວລາກອງທັບ ອິດສະຣາແອນ ປຸກລະດົມບັ້ນຮົບບຸກໂຈມຕີທາງອາກາດທີ່ແນໃສ່ເຂດກາຊາ ໃນຕອນເຊົ້າວັນທີ 7 ຕຸລາ ເພື່ອໂຕ້ຕອບການບຸກໂຈມຕີແບບກະທັນຫັນຂອງ ຮາມາດ ໃສ່ພາກໃຕ້ ອິດສະຣາແອນ ໃນວັນດຽວກັນ, ບັນດາການປະທະກັນໄດ້ກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍທີ່ຮ້າຍແຮງຂຶ້ນ. ກອງທັບ ອິດສະຣາແອນ ໄດ້ດຳເນີນບັນດາການບຸກໂຈມຕີທາງອາກາດ ແລະ ຍິງລູກປືນໃຫຍ່ແນໃສ່ບັນດາເປົ້າໝາຍໃນທົ່ວເຂດ ກາຊາ. ຕາມສະຖິຕິໃນວັນທີ 15 ຕຸລາ ຂອງອົງການສາທາລະນະສຸກ ປາແລດສະຕິນ ໃຫ້ຮູ້ວ່າ: ບັນດາການຍິງທຳລາຍໃນເວລາ 14 ຊົ່ວໂມງຜ່ານມາຂອງກອງທັບ ອິດສະຣາແອນ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 600 ຄົນເສຍຊີວິດ ແລະ ເກືອບ 1.000 ຄົນຮັບບາດເຈັບ. ຍອດຈຳນວນຜູ້ຮັບບາດເຈັບລົ້ມຕາຍນັບແຕ່ເວລາເລີ່ມເປີດບັ້ນຮົບບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ໃສ່ເຂດ ກາຊາ ເມື່ອວັນທີ 7 ຕຸລາ ມາຮອດປະຈຸບັນ, ມີ: ຜູ້ເສຍຊີວິດ 2.700 ຄົນ ແລະ ຜູ້ຖືກບາດເຈັບກ່ວາ 9.600 ຄົນ. ນີ້ແມ່ນຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຫຼາຍທີ່ສຸດໃນບັນດາການເຄື່ອນໄຫວດ້ານການທະຫານຂອງ ອິດສະຣາແອນ ຢູ່ເຂດ ກາຊາ ນັບແຕ່ເວລາສິດຄວບຄຸມເຂດດິນແດນແຫ່ງນີ້ໄດ້ມອບຄືນໃຫ້ຊາວ ປາແລດສະຕິນ ໃນປີ 2005. ປະຈຸບັນ, ເຂດ ກາຊາ ພວມຖືກກອງທັບ ອິດສະຣາແອນ ປິດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ