ອິດ​ສະ​ຣາ​ແອັນ ຍູ້​ແຮງ​ບັ້ນ​ບຸກ​ໂຈມ​ຕີ​​ເຂດ Gaza; ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ

(VOVWORLD) - ແຫຼ່ງຂ່າວສາທາລະນະສຸກຂອງ ປາແລັດສະຕິນ ເຜີຍໃຫ້ຮູ້ວ່າ  ຢັ້ງຢືນມີຜູ້ເສຍຊີວິດໃໝ່ ເກືອບ 300 ຄົນ ຕື່ມອີກ ແລະ ປະມານ 500 ຄົນຖືກຮັບບາດເຈັບ ໃນບັນດາການບຸກໂຈມຕີຄັ້ງຫຼ້າສຸດຂອງກອງທັບ ອິດສະຣາແອັນ.
ອິດ​ສະ​ຣາ​ແອັນ ຍູ້​ແຮງ​ບັ້ນ​ບຸກ​ໂຈມ​ຕີ​​ເຂດ Gaza; ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ - ảnh 1 ສະພາບການຢູ່ເຂດ Gaza ໃນວັນທີ 23/10/2023 ພາຍຫຼັງການບຸກໂຈມຕີທາງອາກາດ ຂອງ ອິດສະຣາແອັນ (ພາບ: AFP/TTXVN)

ວັນທີ 24 ຕຸລາ, ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງບັ້ນບຸກໂຈມຕີນັບທັງທາງອາກາດ ແລະ ນຳໃຊ້ປືນໃຫຍ່ແນໃສ່ບັນດາເປົ້າໝາຍຢູ່ເຂດ Gaza. ຕາມແຈ້ງການຂອງກອງທັບ ອິດສະຣາແອັນ ແລ້ວ, ມີຫຼາຍກວ່າ 400 ເປົ້າໝາຍຂອງຂະບວນການ ອິດສະລາມ Hamas ຢູ່ ເຂດ Gaza ຖືກມ້າງທຳລາຍໃນວັນດຽວກັນ. ໃນຂະນະນັ້ນ, ແຫຼ່ງຂ່າວສາທາລະນະສຸກຂອງ ປາແລັດສະຕິນ ເຜີຍໃຫ້ຮູ້ວ່າ  ຢັ້ງຢືນມີຜູ້ເສຍຊີວິດໃໝ່ ເກືອບ 300 ຄົນ ຕື່ມອີກ ແລະ ປະມານ 500 ຄົນຖືກຮັບບາດເຈັບ ໃນບັນດາການບຸກໂຈມຕີຄັ້ງຫຼ້າສຸດຂອງກອງທັບ ອິດສະຣາແອັນ.

ກ່ຽວກັບສະພາບການຊ່ວຍເຫຼືອມະນຸດສະທຳ, ອົງການ ສປຊ ກ່ຽວກັບການຊ່ວຍເຫຼືອຊາວລີ້ໄພ ປາແລັດສະຕິນ (UNRWA) ແລະ ອົງການອະນາໄມໂລກ (WHO) ໃນວັນທີ 24 ຕຸລາ ໄດ້ຮຽກຮ້ອງໃຫ້ຮັບປະກັນໃຫ້ລົດຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າໄປເຂດ Gaza. ໂຄສົກຂອງ UNRWA ທ່ານ Tamara Alrifai ໃຫ້ຮູ້ວ່າ ໄລ່ມາຮອດປັດຈຸບັນ, ບັນດາລົດຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າເຂດ Gaza ສາມາດຕອບສະໜອງຄວາມຕ້ອງການໂດຍຈຳເປັນຂອງປະຊາຊົນຢູ່ທີ່ນີ້ ໄດ້ພຽງເລກໜ້ອຍເທົ່ານັ້ນ. ພິເສດ, ເຊື້ອໄຟຍັງບໍ່ທັນໄດ້ຂົນສົ່ງໄປຍັງເຂດ Gaza ພ້ອມກັບເຄື່ອງຊ່ວຍເຫຼືອເທື່ອ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ