ອິດສະຣາແອັນ ຜັນຂະຫຍາຍທະຫານໄປຍັງທາງທິດເໜືອເຂດ ກາຊາ ຄືນໃໝ່

(VOVWORLD) - IDF ໄດ້ອອກແຈ້ງການຮຽກຮ້ອງໃຫ້ປະຊາຊົນທີ່ພວມດຳລົງຊີວິດຢູ່ເຂດແຄມທະເລທາງທິດຕາເວັນຕົກເຂດ ກາຊາ ຍົກຍ້າຍໄປທາງທິດໃຕ້
ອິດສະຣາແອັນ ຜັນຂະຫຍາຍທະຫານໄປຍັງທາງທິດເໜືອເຂດ ກາຊາ ຄືນໃໝ່ - ảnh 1(ພາບປະກອບ: THX/TTXVN)

        ກຳລັງປ້ອງກັນ ອິດສະຣາແອັນ (IDF) ຈະສືບຕໍ່ເພີ່ມທະວີການມີໜ້າຢູ່ທາງທິດເໜືອເຂດ ກາຊາ ໃນຊຸມອາທິດຈະມາເຖິງ, ໃນສະພາບ ຮາມາດ ພວມພະຍາຍາມຍາດຄືນສິດຄວບຄຸມເຂດນີ້. IDF ພວມສ້າງແຜນການປະຕິບັດບັ້ນການທະຫານທີ່ມີຂອບຂະໜາດໃຫຍ່ຈຳນວນໜຶ່ງຢູ່ເຂດທີ່ບັນດາສະມາຊິກຂອງຂະບວນການອິດສະລາມ ຮາມາດ ພວມກັບຄືນສູ່ການເຄື່ອນໄຫວຢ່າງແຮງ. IDF ຖືວ່າ, ຮາມາດ ພວມມານະພະຍາຍາມຈັດກຳລັງຢູ່ທາງທິດເໜືອເຂດ ກາຊາ ຄືນໃໝ່.

        ແລະກໍ່ໃນວັນທີ 29 ມັງກອນ, IDF ໄດ້ອອກແຈ້ງການຮຽກຮ້ອງໃຫ້ປະຊາຊົນທີ່ພວມດຳລົງຊີວິດຢູ່ເຂດແຄມທະເລທາງທິດຕາເວັນຕົກເຂດ ກາຊາ ຍົກຍ້າຍໄປທາງທິດໃຕ້, ເຊິ່ງແມ່ນສັນຍານຊີ້ໃຫ້ເຫັນວ່າ ຈະດຳເນີນການເຄື່ອນໄຫວດ້ານການທະຫານຢູ່ບັນດາເຂດດັ່ງກ່າວ.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ກຳລັງ ຮາມາດ ໄດ້ຢັ້ງຢືນຫຼັກໝັ້ນກ່ຽວກັບເລື່ອງປ່ອຍຕົວປະກັນ. ຕາມນັ້ນແລ້ວ, ຮາມາດ ເນັ້ນໜັກວ່າ ອິດສະຣາແອັນ ຕ້ອງຢຸດຕິທຸກການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ ແລະ ຖອນກຳລັງທັງໝົດອອກຈາກເຂດ ກາຊາ, ເພື່ອແລກເອົາເລື່ອງ ຮາມາດ ປ່ອຍຕົວປະກັນທີ່ພວມຖືກຈັບຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ