ອິດ​ສະ​ຣາ​ແອັນ ແລະ ຮ​າ​ມາດ​ສ ປະ​ຕິ​ບັ​ດ​ສຳ​ເລັດ​ການ​ແລກ​ປ່ຽນ​ນັກ​ໂທດ​ຄັ້ງ​ທຳ​ອິດ. ຄຳ​ສັ່ງ​ຢ​ຸດ​ຍິງ​ໄດ້​ປະ​ຕິ​ບັດ​ໃນ​ທົ່ວ​ເຂດ ກາ​ຊາ

(VOVWORLD) -   ວັນທີ 24 ພະຈິກ, ເປັນມື້ທຳອິດຂອງການປະຕິບັດຄຳສັ່ງຢຸດຍິງໃນ 4 ມື້ຢູ່ເຂດ ກາຊາ, ອຳນາດການປົກຄອງ ອິດສະຣາແອັນ ແລະ ກຳລັງ ຮາມາດສ ໄດ້ປະຕິບັດສຳເລັດການແລກປ່ຽນນັກໂທດຄັ້ງທຳອິດຕາມຂໍ້ຕົກລົງທີ່ບັນລຸໄດ້ກ່ອນໜ້ານັ້ນ ພາຍໃຕ້ການເປັນກາງໄກ່ເກ່ຍຂອງ ອີຢິບ, ກາຕາ ແລະ ອາເມລິກາ.

ຕາມສື່ມວນຊົນຂອງພາກພື້ນແລ້ວ, ໃນຈຳນວນຕົວປະກັນ 24 ຄົນທີ່ ຮາມາດສ ໄດ້ປ່ອຍຕົວນັ້ນ, ລວມມີພົນລະເມືອງ ອິດສະຣາແອັນ 13 ຄົນ, ພົນລະເມືອງ ໄທ 10 ຄົນ ແລະ ພົນລະເມືອງ ຟີລິບປິນ 1 ຄົນ, ເຊິ່ງໄດ້ສົ່ງຈາກເຂດກາຊາ ຂ້າມໄປເກາະ Sinai ຂອງ ອີຢິບ, ພາຍໃຕ້ການໜູນຊ່ວຍຂອງສະພາກາແດງສາກົນ. ໃນນັ້ນ, ກອງທັບປະເທດນີ້ໄດ້ສົ່ງ ຕົວປະກັນອິດສະຣາແອັນ 13 ຄົນ ກັບຄືນເມືອປະເທດໃນຕອນຄ່ຳວັນທີ 24 ພະຈິກ. ໃນຂະນະນັ້ນ, ເຈົ້າໜ້າທີ່ ອິດສະຣາແອັນ ກໍ່ໄດ້ປ່ອຍຕົວ ນັກໂທດ ປາແລັດສະຕິນ 39 ຄົນ ຢູ່ 2 ສະຖານທີ່ຂຶ້ນກັບເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

        ກ່ຽວກັບສະພາບການປະຕິບັດຄຳສັ່ງຢຸດຍິງ, ສື່ມວນຊົນພາກພື້ນນີ້ໃຫ້ຮູ້ວ່າ ໄລ່ຮອດຕອນກາງຄືນຂອງວັນທີ 24 ພະຈິກ, ທັງສອງຝ່າຍຍັງປະຕິບັດຄຳສັ່ງຢຸດຍິງ ແລະ ຍັງບໍ່ທັນມີການລາຍງານກ່ຽວກັບການລະເມີດໃດໆ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ