ອິດສະຣາແອນສົ່ງເສີມການກໍ່ສ້າງເຮືອນຢູ່ນັບຮ້ອຍຫຼັງຢູ່ເຂດຕັ້ງຖິ່ນຖານຄົງທີ່ຢູ່ Jerusalem ຕາເວັນອອກ

ອິດສະຣາແອນສົ່ງເສີມການກໍ່ສ້າງເຮືອນຢູ່ນັບຮ້ອຍຫຼັງຢູ່ເຂດຕັ້ງຖິ່ນຖານຄົງທີ່ຢູ່ Jerusalem ຕາເວັນອອກ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ວັນ​ທີ 21/01, ສະ​ພາ​ນະ​ຄອນ Jerusalem ໄດ້ອະ​ນຸ​ມັດ​ຜ່ານ​ອະ​ນຸ​ຍາດ​ໃຫ້​ກໍ່​ສ້າງ​ເຮືອນ​ຢູ່ກວ່າ 560 ຫຼັງ ຢູ່ 3 ເຂດຕັ້ງ​ຖິ່ນ​ຖານ​ຄົງທ​ີ່​ຢູ່ Jerusalem ຕາ​ເວັນ​ອອກ, ໂດຍບໍ່​ຫົວ​ຊາ​ຕໍ່​ແຜນ​ການ​ຂອງ​ອິດ​ສະ​ຣາ​ແອນ ສືບ​ຕໍ່​ເປີດກວ້າງ​ເຂດຕັ້ງ​ຖິ່ນ​ຖານຄົງ​ທີ່ ຍາມ​ໃດ​ກໍ່​ຖືກ​ປະ​ຊ​າ​ຄົມ​ສາ​ກົນ​ຕຳ​ນິ​ຕິ​ຕຽນ. ກ່າວ​ຄຳ​ເຫັນ​​ຜ່ານວິ​ທະ​ຍຸ​ກະ​ຈ​າຍ​ສຽງ​ອິດ​ສະ​ຣາ​ແອນ, ທ່ານ​ Meir Turgeman, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຜນ​ການ ແລະ ເຮືອນ​ຢູ່ ສັງ​ກັດ​ສະ​ພາ​ນະ​ຄອນ Jerusalem ໃຫ້​ຮູ້​ວ່າ, ແຜນ​ການ​ດັ່ງ​ກ່າວ​ໄດ້​ຖືກ​ໂຈະ​ໄວ້​​ຈົນຮອດ​ທ້າຍ​ອາ​ຍຸ​ການ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama, ແຕ່​ດົນ​ນານ​ມາ​ແລ້ວ​ ​ການ​ເຄື່ອນ​ໄຫວກໍ່​ສ້າງ​ບັນ​ດາເຂດຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ​ອິດ​ສະ​ຣາ​ແອນ ເຄີຍ​ຖືກ​ຕຳ​ນິ​ຕິ​ຕຽນມາ​ດ້ວຍ​ຕະ​ຫຼອດ.

ຂ່າວ/ບົດ​ອື່ນ