ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ G20

(VOVWORLD) - ກອງທັບອາກາດ ອິນເດຍ ຈະຜັນຂະຫຍາຍບັນດາມາດຕະການເພື່ອປ້ອງກັນທາງອາກາດປະສົມຢູ່ New Delhi ແລະ ບັນດາເຂດອ້ອມຂ້າງ.
ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ G20 - ảnh 1(ພາບ: AP)

 ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົນເດັ່ນຂຶ້ນແຖວໜ້າໂລກ  (G20), ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 9-10 ກັນຍາຢູ່ນະຄອນຫຼວງ New Delhi, ອິນເດຍ ມີແຜນການຈະຜັນຂະຫຍາຍພະນັກງານປ້ອງກັນຄວາມສະຫງົບປະມານ 130.000 ຄົນ ພ້ອມກັບລະບົບຕ້ານເຮືອບິນບໍ່ມີຄົນຂັບ (UAV). 

ກອງປະຊຸມສຸດຍອດ G20 ຈະຈັດຂຶ້ນຢູ່ສູນວາງສະແດງ Pragati Maidan ທີ່ນະຄອນຫຼວງ New Delhi. ໃນໄລຍະຈັດກອງປະຊຸມ, ນະຄອນຫຼວງຂອງປະເທດ ອິນເດຍ ຈະໄດ້ຮັບການປົກປັກຮັກສາຢ່າງແໜ້ນແຝ້ນ. ບັນດາໂຮງຮຽນ, ອົງການຂອງລັດຖະບານ ແລະ ບັນດາວິສາຫະກິດຢູ່ New Delhi ໄດ້ຮຽກຮ້ອງປິດປະຕູພາຍໃນເວລາ 3 ວັນ. ກອງທັບອາກາດ ອິນເດຍ ຈະຜັນຂະຫຍາຍບັນດາມາດຕະການເພື່ອປ້ອງກັນທາງອາກາດປະສົມຢູ່ New Delhi ແລະ ບັນດາເຂດອ້ອມຂ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ