ອິນເດຍເນັ້ນໜັກຄວາມສຳຄັນຂອງການເຄົາລົບ UNCLOS 1982

(VOVWORLD) - ບໍ່ວ່າກົດແຫ່ງການປະພຶດໃດໆຂອງບັນດາຝ່າຍຢູ່ທະເລຕາເວັນອອກ ກໍ່ບໍ່ໄດ້ກໍ່ຄວາມເສຍຫາຍເຖິງສິດ ແລະ ຜົນປະໂຫຍດຂອງປະເທດທີສາມ...
ອິນເດຍເນັ້ນໜັກຄວາມສຳຄັນຂອງການເຄົາລົບ UNCLOS 1982 - ảnh 1ທະຫານເຮືອ ຫວຽດນາມ
(ພາບ:Sỹ Tuyên/TTXVN)

ວັນທີ 14 ກໍລະກົດ, ເວບໄຊ hindustannewshub.com ໄດ້ໃຫ້ຂ່າວວ່າ: ກ່າວຄຳເຫັນທີ່ເວທີປາໄສພາກພື້ນ ອາຊຽນ (ARF) ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM -56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານ Subrahmanyam Jaishankar, ລັດຖະມົນຕີການຕ່າງປະເທດ ອິນເດຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ອິນເດຍ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ໃນວິວັດການກຳນົດບັນດາສິດໄດ້ຊົມໃຊ້ ໂດຍອີງໃສ່ສົນທິສັນຍາສະບັບນີ້.

        ເຈົ້າໜ້າທີ່ການທູດ ອິນເດຍ ກໍ່ສະແດງຄວາມວິຕົກວັງວົນຕໍ່ການເຄື່ອນໄຫວທຳລາຍສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງເນັ້ນໜັກວ່າ ບໍ່ວ່າກົດແຫ່ງການປະພຶດໃດໆຂອງບັນດາຝ່າຍຢູ່ທະເລຕາເວັນອອກ ກໍ່ບໍ່ໄດ້ກໍ່ຄວາມເສຍຫາຍເຖິງສິດ ແລະ ຜົນປະໂຫຍດຂອງປະເທດທີສາມ. ທ່ານລັດຖະມົນຕີ Subrahmanyam Jaishankar ກໍ່ຕີລາຄາສູງບົດບາດສຳຄັນຂອງ ອາຊຽນ ໃນນະໂຍບາຍກະທຳທາງທິດຕາເວັນອອກຂອງ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ