ອິນໂດເນເຊຍ ປະກາດ 3 ບຸລິມະສິດດ້ານເສດຖະກິດໃນປິປະທານ ອາຊຽນ 2023

(VOVWORLD) - ຈຸດສຸມຂອງການເຕີບໂຕ” ໂດຍທະນາຄານສູນກາງ ອິນໂດເນເຊຍ (BI) ຈັດຂຶ້ນຢູ່ ຈາກາຕາ, ທ່ານຮອງລັດຖະມົນຕີການເງິນ Suahasil Nazara ໄດ້ຊີ້ແຈ້ງວ່າ: ອິນໂດເນເຊຍ ຢາກສືບຕໍ່ບັນດາບຸລິມະສິດຂອງອາຍຸການເປັນປະທານ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ...
ອິນໂດເນເຊຍ ປະກາດ 3 ບຸລິມະສິດດ້ານເສດຖະກິດໃນປິປະທານ ອາຊຽນ 2023 - ảnh 1

ວັນທີ 6 ມີນາ, ອິນໂດເນເຊຍ, ເຊິ່ງເປັນປະທານສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປີ 2023, ໄດ້ປະກາດ 3 ຄາດໝາຍເສດຖະກິດບຸລິມະສິດ (PED) ໃນຂົງເຂດການເງິນ, ເຊິ່ງລວມມີ: ສ້າງຕັ້ງຄືນໃໝ່, ເສດຖະກິດດີຈີຕອນ ແລະ ການພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ເຫດການ “ອາຊຽນ ສຳຄັນ: ຈຸດສຸມຂອງການເຕີບໂຕ” ໂດຍທະນາຄານສູນກາງ ອິນໂດເນເຊຍ (BI) ຈັດຂຶ້ນຢູ່ ຈາກາຕາ, ທ່ານຮອງລັດຖະມົນຕີການເງິນ Suahasil Nazara ໄດ້ຊີ້ແຈ້ງວ່າ: ອິນໂດເນເຊຍ ຢາກສືບຕໍ່ບັນດາບຸລິມະສິດຂອງອາຍຸການເປັນປະທານ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ປີ 2022. ຕາມທ່ານຮອງລັດຖະມົນຕີ Suahasil ແລ້ວ, ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງເຖິງບັນດາການເຄື່ອນໄຫວດ້ານເສດຖະກິດ. ດັ່ງນັ້ນ, ການສ້າງຕັ້ງຄືນໃໝ່ ແມ່ນສິ່ງສຳຄັນ, ໄດ້ປະຕິບັດດ້ວຍການຊຸກຍູ້ການຟື້ນຟູ, ຮັບປະກັນຄວາມສະຖຽນລະພາບ, ມີຄວາມສາມາດຮັບມືກ່ຽວກັບດ້ານເສດຖະກິດ ແລະ ການເງິນ. ບໍ່ພຽງແຕ່ສືບຕໍ່ຟື້ນຟູເທົ່ານັ້ນ, ຫາກບັນດາປະເທດຍັງຕ້ອງພັດທະນາ ແລະ ຮັກສາຄວາມສະຖຽນລະພາບອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ