ອິນໂດເນເຊຍ ປະກາດເນື້ອໃນຕົ້ນຕໍຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ G20

(VOVWORLD) -ເວທີປາໄສດຳເນີນໃນລະຫວ່າງວັນທີ 07 – 08 ກໍລະກົດ ຢູ່ ບາລີ, ກອງປະຊຸມ G20 FMM ລວມມີ 2 ວາລະປະຊຸມ.
ອິນໂດເນເຊຍ ປະກາດເນື້ອໃນຕົ້ນຕໍຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ G20 - ảnh 1(ພາບປະກອບ: g20.org)

ແຈ້ງການສື່ມວນຊົນຍົກອອກມາໃນວັນທີ 06 ກໍລະກົດ, ກະຊວງການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ, ກອງປະຊຸມລັດຖະມົນຕີກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20 FMM) ດ້ວຍຫົວຂໍ້ທີ່ວ່າ “ພ້ອມກັນສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນກວ່າ”.

        ເວທີປາໄສດຳເນີນໃນລະຫວ່າງວັນທີ 07 – 08 ກໍລະກົດ ຢູ່ ບາລີ, ກອງປະຊຸມ G20 FMM ລວມມີ 2 ວາລະປະຊຸມ. ວາລະປະຊຸມທຳອິດກ່ຽວກັບການເພີ່ມທະວີລັດທິຫຼາຍຝ່າຍ ຈະປຶກສາຫາລືບັນດາການກະທຳລວມ ເພື່ອແນໃສ່ເພີ່ມທະວີການຮ່ວມມືທົ່ວໂລກ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ, ຜ່ານນັ້ນ ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ສະຖຽນລະພາບ, ສັນຕິພາບ ແລະ ການພັດທະນາຂອງໂລກ. ວາລະປະຊຸມທີ 2 ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງດ້ານພະລັງງານ ຈະປຶກສາຫາລືກ່ຽວກັບບາດກ້າວຍຸດທະສາດ ແນໃສ່ຜ່ານຜ່າວິກິດການດ້ານທັນຍາຫານ, ສະພາບຂາດຝຸ່ນເຄມີ ແລະ ລາຄາສິນຄ້າທົ່ວໂລກເພີ່ມຂຶ້ນສູງ.

        ກໍ່ຕາມແຈ້ງການຂອງກະຊວງການຕ່າງປະເທດ ອິນໂດເນເຊຍ ແລ້ວ, ຢູ່ນອກກອງປະຊຸມ G20 FMM, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ຈະດຳເນີນການພົບປະ 2 ຝ່າຍກັບບັນດາຄູ່ຮ່ວມຕຳແໜ່ງຂອງບັນດາປະເທດສະມາຊິກ G20 ແລະ ປະເທດແຂກຖືກເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ