ອິນໂດເນເຊຍ ເພີ່ມງົບປະມານປ້ອງກັນຊາດ ແລະ ເຂົ້າຮ່ວມພາລະກຳສັນຕິພາບສາກົນ

ອິນໂດເນເຊຍ ເພີ່ມງົບປະມານປ້ອງກັນຊາດ ແລະ ເຂົ້າຮ່ວມພາລະກຳສັນຕິພາບສາກົນ  - ảnh 1
ປະທານາທິບໍດີ ອິນໂດເນເຊຍ
Susilo Bambang Yudhoyono

(vovworld) -   ວັນ​ທີ 9/8 ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໃຫ້​ຮູ້​ວ່າ: ລັດຖະບານ​ອິນ​ໂດ​ເນ​ເຊຍ ມີ​ແຜນກາ​ນ​ເພີ່ມ​ງົບປະມານ​ປ້ອງ​ກັນຊາ​ດປີ 2013 ຂຶ້ນ​ເຖິງ 8,119 ຕື້ USD ​ໃນ​ສະພາບ​ການ ຢາ​ກາກ​ຕາ ພວມ​ຊື້​ອາວຸດ​ຕື່ມ​ອີກ ​ແລະ​ ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ພາລະ​ກຳຮັກສາ​ສັນຕິພາບ​ຂອງ​ສາກົນ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ພາຍຫລັງ​ການ​ປະຊຸມ​ຄະນະ​ລັດຖະບານ​ຢູ່ ທິດຕາ​ເວັນ​ອອກຢາ​ກາກ​ຕາ​, ທ່ານ Yudhoyono ​ເວົ້າ​ວ່າ ​ໄລຍະ​ຜ່ານ​ມາ ການ​ປະກອບ​ອາວຸດ​ຂອງກອງທັບ ອິນ​ໂດ​ເນ​ເຊຍ  ບໍ່​ທັນ​ສ​ະ​ໄຫມ ​ແລະ ຕຳ່​ກວ່າ​ລະດັບ​ຄວາມຕ້ອງການ, ​ໃນ​ຂະນະ​ນັ້ນ ບັນດາ​ກຳລັງ​ປະກອບອາວຸດ ອິນ​ໂດ​ເນ​ເຊຍ ພັດ​ຕ້ອງ​ປະຕິບັດ​ຫລາຍ​ຫນ້າ​ທີ່​ກວ່າ, ​ໃນ​ນັ້ນ ມີ​ການ​ແກ້​ໄຂ​ໄພພິບັດ​ໄພ​ທຳ​ມະ​ຊາດ ​ແລະ ​​ເຂົ້າ​ຮ່ວມ​ພາລະ​ກຳ​ສັນຕິພາບສາກົນ.

ຂ່າວ/ບົດ​ອື່ນ