ອິນໂດເນເຊຍ ເລີ່ມດຳເນີນການເລືອກຕັ້ງທົ່ວປະເທດ

(VOVWORLD) -    ການປ່ອນບັດເລືອກຕັ້ງເລີ່ມແຕ່ເວລາ 7 ໂມງເຊົ້າ ແລະ ສິ້ນສຸດລົງໃນເວລາ 13 ໂມງຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ). ບັດເລືອກຕັ້ງຈະໄດ້ກວດບັດຢູ່ບັນດາສະຖານທີ່ປ່ອນບັດໃນວັນດຽວກັນ.
ອິນໂດເນເຊຍ ເລີ່ມດຳເນີນການເລືອກຕັ້ງທົ່ວປະເທດ - ảnh 1ມີຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ 3 ທ່ານ, ນັ້ນແມ່ນ: ທ່ານ Anies Baswedan, Prabowo Subianto ແລະ Ganjar Pranowo
(ພາບ: Jakart Post)

ຕອນເຊົ້າວັນທີ 14 ກຸມພາ, 820.161 ສະຖານທີ່ປ່ອນບັດເລືອກຕັ້ງຢູ່ ອິນໂດເນເຊຍ ໄດ້ເປີດປະຕູເພື່ອຮັບບັດເລືອກຕັ້ງຈາກຜູ້ມີສິດເລືອກຕັ້ງ 204,8 ລ້ານຄົນ. ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ອິນໂດເນເຊຍ ໄດ້ຈັດສະຖານທີ່ປ່ອນບັດ 823.236 ບ່ອນ, ໃນນັ້ນມີ 3,075 ບ່ອນຢູ່ຕ່າງປະເທດໄດ້ປະຕິບັດສຳເລັດວຽກງານນີ້ກ່ອນວັນທີ 14 ກຸມພາ ແລ້ວ.

        ການປ່ອນບັດເລືອກຕັ້ງເລີ່ມແຕ່ເວລາ 7 ໂມງເຊົ້າ ແລະ ສິ້ນສຸດລົງໃນເວລາ 13 ໂມງຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ). ບັດເລືອກຕັ້ງຈະໄດ້ກວດບັດຢູ່ບັນດາສະຖານທີ່ປ່ອນບັດໃນວັນດຽວກັນ. ບັນດາສຳນັກງານ ແລະ ໂຮງຮຽນໄດ້ພັກໜຶ່ງວັນເພື່ອເຫດການນີ້ໄດ້ຈັດຕັ້ງດ້ວຍຄວາມສະດວກ. ແຕ່ເຖິງຢ່າງໃດກໍ່ຕາມ, ຝົນຕົກແຕ່ຄືນວັນທີ 13 ກຸມພາ ຮອດເຊົ້າວັນທີ 14 ກຸມພາ ຢູ່ນະຄອນຫຼວງ ຈາກາຕາ ແຕ່ຍັງບໍ່ທັນມີສັນຍານຈະເຊົາ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ບັນດາຜູ້ໄປປ່ອນບັດເລືອກຕັ້ງ.

        ມີ 24 ພັກການເມືອງ, ເຊິ່ງລວມມີ 18 ພັກຂອງຊາດ ແລະ 6 ພັກຂຶ້ນກັບເຂດຢູ່ Aceh, ໄດ້ເຂົ້າຮ່ວມການອອກສະໝັກຮັບເລືອກຕັ້ງໃນຄັ້ງນີ້. ມີຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ 3 ທ່ານ, ນັ້ນແມ່ນ: ທ່ານ Anies Baswedan, Prabowo Subianto ແລະ Ganjar Pranowo.

ຕອບກັບ

ຂ່າວ/ບົດ​ອື່ນ