ອີ​ຢູ ປະ​ກາດ​ຂໍ້​ສະເໜີ ເພື່​ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ ອິນ​ເຕີ​ແນັດ

(VOVWORLD) - ວັນທີ 16 ທັນວາ, ສະຫະພາບເອີຣົບ (ອີຢູ) ປະກາດແຜນການປະຕິຮູບບັນດາຂໍ້ກຳນົດກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດຂອງກຸ່ມ.

ບັນດາແຜນການໃໝ່ຂອງ ອີຢູ ຈະລວມທັງການສ້າງຕັ້ງ “ແຜ່ນກັ້ນບັງເພື່ອປ້ອງກັນເຄືອຂ່າຍອີນເຕີແນັດໃນທົ່ວ ອີຢູ” ຮ່ວມສຳພັນກັບບັນດາອົງການປ້ອງກັນຄວາມສະຫງົບແຫ່ງຊາດ ນຳໃຊ້ປັນຍາປະດິດ ແລະ ເຄື່ອງຈັກເພື່ອກວດພົບສັນຍານບຸກໂຈມຕີ, ສ້າງຕັ້ງຫົວໜ່ວຍປ້ອງກັນຄວາມປອດໄພທາງເຄືອຂ່າຍ ອິນເຕີແນັດ ເພື່ອຮັບມືກັບກໍລະນີທີ່ເກີດຂຶ້ນກະທັນຫັນ ແລະ ໄພນາບຂູ່, ກໍຄື ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ແລະ ບັນດາອົງການຈັດຕັ້ງຄື ອົງການສົນທິສັນຍາອັດລັງຕິກເໜືອ (NATO).

        ຍຸດທະສາດໃໝ່ ຈະສຸມໃສ່ປ້ອງກັນພື້ນຖານໂຄງລ່າງທີ່ຈຳເປັນຄື ຕາໜ່າງໄຟຟ້າ, ລະບົບເຕົາຝີງ, ໂຮງງານເຊື້ອເພີງ ແລະ ອາຍ hydro ກໍຄື ເຄືຍຂ່າຍຂອງສາຍການບິນ, ເສັ້ນທາງລົດໄຟ, ທາງນ້ຳ-ທາງບົກ, ຕະຫຼາດການເງິນ ແລະ ພື້ນຖານໂຄງລ່າງສາທາລະນະສຸກ.


ຕອບກັບ

ຂ່າວ/ບົດ​ອື່ນ