ອີຢູ ສົ່ງເສີມເລື່ອງເຊັນ FPA ກັບ ຫວຽດນາມ

(VOVWORLD) - ຫວ່າງແລ້ວນີ້, ບັນດາເອກອັກຄະລັດຖະທູດຂອງຄະນະກຳມະການຕາງໜ້າປະຈຳຂອງສະຫະພາບ ເອີຣົບ (COREPER) ໄດ້ໃຫ້ສັດຕະຍາບັນເລື່ອງເຊັນສັນຍາລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ) ກ່ຽວກັບເລື່ອງສ້າງຕັ້ງຂອບເຂດເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ (EPA).

        ວົງການເຈົ້າໜ້າທີ່ ເອີຣົບ ຢືນຢັນວ່າ ຖ້າໄດ້ຮັບການລົງນາມ, ສັນຍາສະບັບນີ້ ຈະແມ່ນຂໍ້ຕົກລົງທີ 2 ໃນຂອບເຂດນະໂຍບາຍການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບລວມຂອງ ອີຢູ (PSDC) ທີ່ໄດ້ລົງນາມກັບປະເທດ ອາຊີ, ຖັດຈາກຂໍ້ຕົກລົງກັບ ສ.ເກົາຫຼີ. ຂໍ້ຕົກລົງຄ້າຍຄືກັນ ກໍ່ໄດ້ຮັບການລົງນາມລະຫວ່າງ ອີຢູ ກັບ ອົດສະຕາລີ, ນິວຊີແລນ.

        ກ່ອນໜ້ານັ້ນ, ຝ່າຍ ອີຢູ ໄດ້ຕົກລົງຈັດສົ່ງບັນດາທີ່ປຶກສາດ້ານການທະຫານໄປຍັງ ອາຊີ, ເລີ່ມຕົ້ນແມ່ນຄະນະປະຕິບັດງານການທະຫານ ອີຢູ ທີ່ຢູ່ຄຽງຂ້າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ ຈາກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ