ອີ​ຢູ ຮຽກ​ຮ້ອງ​ໃຫ້​ມີເຈ​ດ​ຕະ​ນາ​ດີ​ຈາກ 3 ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ຂອງ ຢູ​ແກຼນ ໃນ​ການ​ສົ່ງ​ອອກ​ທັນ​ຍາ​ພືດ

(VOVWORLD) - “ສິ່ງສຳຄັນໃນປັດຈຸບັນ ແມ່ນບັນດາປະເທດທັງໝົດຕ້ອງມີການກະທຳບົນຈິດໃຈໄກ່ເກ່ຍ ແລະເຂົ້າຮ່ວມດ້ວຍລັກສະນະສ້າງສັນ.”
ອີ​ຢູ ຮຽກ​ຮ້ອງ​ໃຫ້​ມີເຈ​ດ​ຕະ​ນາ​ດີ​ຈາກ 3 ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ຂອງ ຢູ​ແກຼນ ໃນ​ການ​ສົ່ງ​ອອກ​ທັນ​ຍາ​ພືດ - ảnh 1ກ່ຳປັ່ນ Aroyat ກຳລັງເຄື່ອນຍ້າຍໄປຍັງທ່າກ່ຳປັ່ນ Chornomorsk ຂອງ ຢູແກຼນ ໃນວັນທີ 16/9/2023 (ພາບ: AFP/TTXVN)

ວັນທີ 17 ກັນຍາ, ຄະນະກຳມະການເອີຣົບ (EC) ໄດ້ຮຽກຮ້ອງ ໂປໂລຍ, ຮຸງກາຣີ ແລະ ສະໂລວາກີ ມີທ່າທີທີ່ມີລັກສະນະສ້າງສັນ ພາຍຫຼັງທີ່  3 ປະເທດບ້ານໃກ້ເຮືອນຄຽງຂອງ ຢູແກຼນ ນີ້ໄດ້ປະກາດຕາມລຳພັງໃຈວ່າ ຈະສືບຕໍ່ຫ້າມນຳເຂົ້າທັນຍາພືດ ຢູແກຼນ, ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຂອງ EC ກ່ຽວກັບເລື່ອງຢຸດຕິຄຳສັ່ງຫ້າມດັ່ງກ່າວ. ໂຄສົກ EC ເນັ້ນໜັກວ່າ “ສິ່ງສຳຄັນໃນປັດຈຸບັນ ແມ່ນບັນດາປະເທດທັງໝົດຕ້ອງມີການກະທຳບົນຈິດໃຈໄກ່ເກ່ຍ ແລະເຂົ້າຮ່ວມດ້ວຍລັກສະນະສ້າງສັນ.”

        ນັບແຕ່ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຊາວກະສິກອນ ຢູແກຼນ ຕ້ອງເພີ່ງພາອາໄສບັນດາປະເທດ ບ້ານໃກ້ເຮືອນຄຽງເພື່ອນສົ່ງອອກທັນຍາພືດ. ເຖິງຢ່າງໃດກໍຕາມ, ທັນຍາພືດ ແລະ ພືດທີ່ມີນ້ຳມັນ ໄດ້ວາງຂາຍຢູ່ທົ່ວຕະຫຼາດບັນດາປະເທດບ້ານໃກ້ເຮືອນຄຽງ ໄດ້ສົ່ງຜົນກະທົບຕໍ່ລາຍຮັບຂອງຊາວກະສິກອນ ເຮັດໃຫ້ລັດຖະບານຂອງບັນດາປະເທດນີ້ ຕ້ອງຫ້າມນຳເຂົ້າຜະລິດຕະພັນກະເສດຈາກ ຢູແກຼນ.

        ເດືອນພຶດສະພາຜ່ານມາ, ສະຫະພາບເອີຣົບ (ອີຢູ) ໄດ້ຮັບມືເພື່ອສະກັດກັ້ນແຕ່ລະປະເທດທີ່ມີການກະທຳຕາມລຳພັງໃຈ. ຕາມຂໍ້ຕົກລົງຂອງ ອີຢູແລ້ວ, ຢູແກຼນ ໄດ້ຮັບອະນຸຍາດສົ່ງອອກຜ່ານບັນດາປະເທດນີ້ ດ້ວຍເງື່ອນໄຂທີ່ວ່າ ບັນດາຜະລິດຕະພັນຕ້ອງໄດ້ຂາຍຢູ່ບັນດາສະຖານທີ່ອື່ນ.


ຕອບກັບ

ຂ່າວ/ບົດ​ອື່ນ