ອີຢູ ຮຽກຮ້ອງໃຫ້ຫຼີີກລ້ຽງການປິນຂັ້ນໄດດ້ານການທະຫານໃນບັນຫາ ອີຣານ

(VOVWORLD) -ທັດສະນະລວມຂອງ ອີຢູ ແມ່ນ “ຄວບຄຸມ ແລະ ຫຼີກລ້ຽງການປິນຂັ້ນໄດດ້ານການທະຫານຢ່າງສຸດຂີດ”.  
ອີຢູ ຮຽກຮ້ອງໃຫ້ຫຼີີກລ້ຽງການປິນຂັ້ນໄດດ້ານການທະຫານໃນບັນຫາ ອີຣານ - ảnh 1ທ່ານນາງ Federica Mogherini ຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂນບາຍການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງ ອີຢູ(ພາບ: Reuters)

 ວັນທີ 13 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ມີການຢ້ຽມຢາມ ບຣຸກແຊນ ໂດຍບັງເອີນ ເພື່ອແນໃສ່ປຶກສາຫາລືກັບວົງການເຈົ້າໜ້າທີ່ ສະຫະພາບ ເອີຣົບ (ອີຢູ) ກ່ຽວກັບບັນຫາ ອີຣານ. ພາຍຫຼັງການພົບປະກັບທ່ານ Mike Pompeo, ທ່ານນາງ Federica Mogherini ຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂນບາຍການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງ ອີຢູ ໃຫ້ຮູ້ວ່າ ທ່ານໄດ້ແບ່ງປັນກັບຝ່າຍ ອາເມລິກາ ກ່ຽວກັບທັດສະນະລວມຂອງ ອີຢູ ແມ່ນ “ຄວບຄຸມ ແລະ ຫຼີກລ້ຽງການປິນຂັ້ນໄດດ້ານການທະຫານຢ່າງສຸດຂີດ”.  

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານນາງ Mogherini ພ້ອມດ້ວຍລັດຖະມົນຕີບັນດາປະເທດ ອັງກິດ, ຝລັ່ງ ແລະ ເຢຍລະມັນ ເຊິ່ງເປັນບັນດາປະເທດເຂົ້າຮ່ວມການລົງນາມໃນຂໍ້ຕົກລົງນິວເຄຼຍ ອີຣານ ໄດ້ຈັດກອງປະຊຸມພິເສດ ເພື່ອແນໃສ່ປຶກສາຫລືກ່ຽວກັບ ບັນຫາ ອີຣານ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອີຢູ ຢູ່ ບຣຸກແຊນ ປະເທດ ແບນຊິກ.   ທ່ານນາງ Mogherini ຊີ້ແຈ້ງວ່າ ການເຈລະຈາ ແມ່ນວິທີດີທີ່ສຸດ ເພື່ອແກ້ໄຂບັນຫາດັ່ງກ່າວ. ທ່ານນາງ Mogherini ກໍຢັ້ງຢືນວ່າ ອີຢູ ສະໜັບສະໜູນຂໍ້ຕົກລົງນິວເຄຼຍສາກົນ ກັບ ເຕເຮຣານ ແລະ ປາດຖະໜາວ່າ ບັນດາປະເທດມະຫາອໍານາດ ຈະຫຼີກລ້ຽງການເຮັດໃຫ້ສະພາບຄວາມເຄັ່ງຕຶງປິນຂັ້ນໄດຂຶ້ນຕື່ມ.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ