ອີ​ຢູ ແລະ ນິວ​ຊີ​ແລນ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ

(VOVWORLD) - ພາຍຫຼັງການເຈລະຈາຢ່າງຂ້ຽວຂາດມາເປັນເວລາ 4 ປີ, ໃນວັນທີ 9 ກໍລະກົດ, ສະຫະພາບເອີຣົບ (ອີຢູ) ແລະ ນິວຊີແລນ ກໍໄດ້ລົງນາມໃນສັນຍາການຄ້າເສລີ (FTA).

 ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ຖືວ່າ “ນີ້ແມ່ນຈຸດເວລາປະຫວັດສາດ”, ໃນຂະນະທີ່ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ຢັ້ງຢືນວ່າ ສັນຍາ FTA ສະບັບນີ້ ແມ່ນສັນຍາທີ່ມີຄຸນນະພາບສູງ ແລະ ຮອບດ້ານ.  

        ຂໍ້ຕົກລົງນີ້ ຈະຍົກເລີກພາສີອາກອນທັງໝົດສຳລັບສິນຄ້າ ອີຢູ ທີ່ສົ່ງອອກໄປຍັງ ນິວຊີແລນ ແລະ ເປີດປະຕູຕະຫຼາດການບໍລິການ ນິວຊີແລນ ໃນບັນດາຂົງເຂດຫຼັກແຫຼ່ງຄື: ການເງິນ, ໂທລະຄົມມະນາຄົມ, ການຂົນສົ່ງທາງທະເລ ແລະ ການຈຳໜ່າຍ. ທ່ານປະທານ EC ເນັ້ນໜັກວ່າ ສັນຍາສະບັບດັ່ງກ່າວ ໝັ້ນໝາຍວ່າ ຈະຍົກວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຕື່ມອີກ 30%  ໃນຮອບເວລາ 1 ທົດສະວັດ ແລະ ຊ່ວຍໃຫ້ການສົ່ງອອກສິນຄ້າໃນແຕ່ລະປີຂອງ ອີຢູ ໄປຍັງ ນິວຊີແລນ ບັນລຸມູນຄ່າ 4,5 ຕື້ ເອີໂຣ. ນອກຈາກນັ້ນ, ການລົງທຶນຂອງ ອີຢູ ເຂົ້າ ນິວຊີແລນ ກໍ່ອາດຈະເພີ່ມຂຶ້ນເຖິງ 80%.

        ສັນຍາສະບັບດັ່ງກ່າວ ໄດ້ຍື່ນສະເໜີຕໍ່ລັດຖະສະພາເອີຣົບ (EP) ເພື່ອໃຫ້ສັດຕະຍາບັນ ແລະ ຈະມີຜົນສັກສິດພາຍຫຼັງໄດ້ໃຫ້ສັດຕະຍາບັນຢູ່ທັງ ອີຢູ ແລະ ນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ