ອີຢູ ​ໃຫ້​ການຊ່ວຍເຫຼືອມະນຸດສະທໍາເປັນ​ຈຳ​ນວນ​ເງິນ 50 ລ້ານ ເອີໂຣ ໃຫ້ແກ່ ອາຟະລິກາ

(VOVWORLD) -ຄະນະກໍາມະການເອີຣົບ (EC) ຫາກໍປະກາດບ້ວງເງິນຊ່ວຍເຫຼືອມະນຸດສະທໍາທີ່ມີມູນຄ່າ  50 ລ້ານ ເອີໂຣ ໃຫ້ແກ່ພາກພື້ນ ອາຟະລິກາໃຕ້ ແລະ ມະຫາສະໝຸດ ອິນເດຍ. 
ອີຢູ ​ໃຫ້​ການຊ່ວຍເຫຼືອມະນຸດສະທໍາເປັນ​ຈຳ​ນວນ​ເງິນ 50 ລ້ານ ເອີໂຣ ໃຫ້ແກ່ ອາຟະລິກາ - ảnh 1ເດັກນ້ອຍຢູ່ ຢິມບຳເວ (ພາບ: AFP/TTXVN)

ບ້ວງເງິນດັ່ງກ່າວຈະຊ່ວຍຕ້ານຄືນສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຂາດສານອາຫານ ແລະ ໃຫ້ປະຊາຊົນພາກພື້ນນີ້ໄດ້ເຂົ້າເຖິງການບໍລິການພື້ນຖານ, ກຽມພ້ອມຮັບມືກັບໄພພິບັດ ແລະ ຊຸກຍູ້ການສຶກສາໃນສະພາວະສຸກເສີນໃນທົ່ວພາກພື້ນ. ໃນນັ້ນ, 13,3 ລ້ານ ເອີໂຣ ແບ່ງໃຫ້ ມາດາຢາກາ, 25 ລ້ານ ເອີໂຣ ໃຫ້ ໂມຊໍາບິກ, 7,4 ລ້ານ ເອີໂຣ ໃຫ້ແກ່ ຢິມບຳເວ ແລະ 4,3 ລ້ານເອີໂຣ ແບ່ງໃຫ້ Lesotho, Malawi ແລະ ໂຄງການອື່ນໆໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ