ອີຢິບ ຮັບຮອງເອົາ ລັດຖະທຳມະນູນສະບັບໃໝ່

ອີຢິບ ຮັບຮອງເອົາ ລັດຖະທຳມະນູນສະບັບໃໝ່ - ảnh 1
ຜູ້ມີສິດເລືອກຕັ້ງ 64% ​ເຫັນດີ ແລະ ມີ​ພຽງ​ 36% ບໍ່​ເຫັນ​ດີກັບ​ຮ່າງ​ລັດຖະທຳ​ມະນູນ
(ພາບ: ອີນເຕີເນັດ)

(vovworld) - ຕອນ​ຄຳ່​ວັນ​ທີ 25/12, ຄະນະກຳມະການ​ເລືອກ​ຕັ້ງ​ຍຸຕິ​ທຳສູງ​ສຸດ ອີຢິບ ​ໄດ້​ປະກາດ​ໝາກຜົນ​ສຸດ​ທ້າຍ​ຂອງ​ການ​ລົງ​ປະຊາ​ມະຕິ ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​​ໃໝ່ ຢ່າງ​ເປັນ​ທາງການ ທີ່​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 15 ​ແລະ 22/12 ຜ່ານ​ມາ. ຕາມນັ້ນ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດມີ​ພຽງ 17 ລ້ານກ່ວາ​ຄົນ/ 51 ລ້ານຄົນ, ກວມ​ອັດຕາສ່ວນ 32%. ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ວາ 10 ລ້ານ​ຄົນ​​ເຫັນ​ດີ​ກັບ​ຮ່າງ​ລັດຖະທຳ​ມະນູນ, ບັນລຸ​ເກືອບ 64% ​ແລະ ມີ​ພຽງ​ 36% ບໍ່​ເຫັນ​ດີ. ຖະ​ແຫຼ​ງການ​ກໍ​ໄດ້​ຊີ້​ແຈ້ງວ່າ ຄະນະ​ກຳມະການ​ນີ້ ​ໄດ້​ຮັບ ​ແລະ ພິຈາລະນາ​​ສຳ​ເນົາເອກະສານ​ຮ້ອງ​ຟ້ອງ​ນັບສິບ​ສະບັບ​ຂອງ​ບັນດາ​ບຸກຄົນ, ອົງການ​ຈັດ​ຕັ້ງ​ທີ່​ໄດ້ ກ່າວ​ຫາກ່ຽວ​ກັບ​ບັນດາ​ການລະ​ເມີດ​ໃນ​ການ​ລົງ​ປະຊາ​ມະຕິ​ທີ່​ຜ່ານ​ມາ. ​ແຕ່​ວ່າ​ວິ​ວັດການ​ປ່ອນ​ບັດ​ຖືກ​ດຳ​ເນີນ​​ໄປ​​ຖືກ​ຕາມກຳນົດ​ເວລາ, ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຢ່າງ​​ໃກ້ຊິດ​ຂອງ​ບັນດາ​ຜູ້​ພິພາກສາ, ກໍ​ຄື​ຜູ້ຕາງ​ໜ້າ​​ອົງການ​ສື່​ມວນ​ຊົນຕ່າງໆຢູ່ ອີຢິບ. ດັ່ງ​ນັ້ນ, ດ້ວຍ​ໝາກຜົນ​ສຸດ​ທ້າຍ​​ທີ່ໄດ້​ຮັບ​ການ​ປະກາດ, ລັດຖະທຳ​ມະນູນ​ສະບັບ​ໃໝ່​ທີ່​ກໍ​ການ​ຖົກ​ຖຽງ​ກັນ​ຂອງ ອີຢິບ ​ໄດ້ຮັບ​ການ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ