ອີຢິບ ໄວ້ທຸກຜູ້ປະສົບເຄາະຮ້າຍໃນບັນດາເຫດວາງລະເບີດກໍ່ການຮ້າຍເປັນເວລາ 3 ວັນ

ອີຢິບ ໄວ້ທຸກຜູ້ປະສົບເຄາະຮ້າຍໃນບັນດາເຫດວາງລະເບີດກໍ່ການຮ້າຍເປັນເວລາ 3 ວັນ - ảnh 1
ການ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍ
ທີ່​ເລັ່ງ​ໃສ່​ບັນດາ​ໂບດສາສະໜາ​ຄິດ​ຢູ່ ອີ​ຢິບ
(ພາບ: EPA/TTXVN)

(vovworld) – ການ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍ 2 ຄັ້ງ ​ທີ່​ເລັ່ງ​ໃສ່​ບັນດາ​ໂບດສາສະໜາ​ຄິດ​ຢູ່ ອີ​ຢິບ ​ໃນ​ວັນ​ທີ 09/04 ​ເຮັດ​ໃຫ້ 170 ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ. ​ເຫດ​ວາງ​ລະ​ເບີດ​ຢູ່​ໂບດ​ສາສະໜາ​ຄິດ​ທີ່​ນະຄອນ Alexandria ​ເຮັດ​ໃຫ້ 17 ຄົນ​ເສຍ​ຊີວິດ ​ແລະ 48 ຄົນ​ຮັບ​ບາດ​ເຈັບ. ​ເຫດ​ວາງ​ລະ​ເບີດ​ກ່ອນນັ້ນ ທີ່​​ເລັ່ງ​ໃສ່​ໂບດ​ສາສະໜາ​ຄິດ​ຢູ່​ນະຄອນ Tanta ​ເຮັດ​ໃຫ້ 28 ຄົນ​ເສຍ​ຊີວິດ ​ແລະ 78 ຄົນ​ຮັບ​ບາດ​ເຈັບ. ​ເທບ​ວີ​ດີ​ໂອ​ທີ່ຖ່າຍ​ທຳຢູ່​ສະຖານ​ທີ່​ເກີດ​ເຫດ​ໃຫ້​ເຫັນ​ວ່າ ນີ້​ແມ່ນ 2 ​ເຫດ​ວາງລະ​ເບີດສະຫຼະ​ຊີບ. ສາຂາ​ຂອງ​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ​ປະຈຳ ອີ​ຢິບ ​ໄດ້​ຮັບຜິດຊອບ​ເປັນ​ຜູ້​ກໍ່ 2 ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ ​ແລະ ນາບ​ຂູ່​ວ່າ ຈະ​ສືບ​ຕໍ່ດຳ​ເນີນ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ຕື່ມ​ອີກ​.

ຕອບກັບ

ຂ່າວ/ບົດ​ອື່ນ