ອີຢູເລີ່ມຜັນຂະຫຍາຍໂຄງການໜູນຊ່ວຍພັດທະນາພະລັງງານແບບຍືນຍົງຢູ່ຫວຽດນາມ

ອີຢູເລີ່ມຜັນຂະຫຍາຍໂຄງການໜູນຊ່ວຍພັດທະນາພະລັງງານແບບຍືນຍົງຢູ່ຫວຽດນາມ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ ຈັດ​ຂຶ້ນ​ໃນ​ວັນ​ທີ 15/4
(ພາບ: Việt Hà)

(vovworld) - ​​ ​​​​ພະ​ລັ​ງ​ງານ​ແບບ​ຍືນ​ຍົງ​ແມ່ນ​ໜຶ່ງ​ໃນ 2 ຂົງ​ເຂດ​ຈຸດ​ສຸມ​ໃນ​ຂອບ​ເຂດ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ຂອງ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ຢູ່ ຫວຽດ​ນາມ ໃນ​ໄລ​ຍະ 2014 – 2020. ໃນ​ຈຳ​ນວນ​ເງິນ 400 ລ້ານ ເອີ​ໂຣ ເຊິ່ງ ອີ​ຢູ ອຸ​ປະ​ຖຳ​ໃຫ້​ແກ່ ຫວຽດ​ນາມ ມີ 346 ລ້ານ ອີ​ຢູ ໄດ້​ຮັບ​ການ​ຄາ​ດ​ຄະ​ເນ​ວ່າ​ຈະ​ສະ​ຫງວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ.

        ເພື່ອ​ເລີ່ມ​​ຜັນ​ຂະ​ຫຍາຍ​ໂຄງ​ການນີ້, ວັນ​ທີ 15/4, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ສົມ​ທົບ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ຫະ​ພາບ ເອີ​ລົບ ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “​ອີ​ຢູ ເລີ່ມ​ໜູນ​ຊ່ວຍການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮ​່​ວາງກວກ​ເວື້ອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ, ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ຫວຽດ​ນາມ ພວມ​ແມ່ນ​ປະ​ເທດ​ສົ່ງ​ອອກ​ພະ​ລັງ​ງານ, ແຕ່​ໃນ​ອະ​ນາ​ຄົດ​ໃກ​້ໆ​ນີ້ ຫວຽດ​ນາມ ຈະ​ກາຍ​ເປັນ​ປະ​ເທດ​ນຳ​ເຂົ້າ​ພະ​ລັງ​ງານ. ຄາດ​ວ່າ, ໃນ​ປີ 2020, ຫວຽດ​ນາມ ຕ້ອງ​ນຳ​ເຂົ້າ​ຖ່ານ​ຫີນ​ປະ​ມານ 17 ລ້ານ​ໂຕນ, ກວມ 31% ຄວາມ​ຕ້ອງ​ການ​ຖ່ານ​ຫີນ​ຮັບ​ໃຊ້​ການ​ຜະ​ລິດ​ໄຟ​ຟ້າ. ທ່ານ​ຮ​່​ວາງກວກ​ເວື້ອງ, ໃຫ້​ຮູ້​ວ່າ:

        “ໂຄງ​ການ​ໜ​ູນ​ຊ່ວຍ​ຂອງ ອີ​ຢູ​ ໃຫ້​ແກ່​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ໄລ​ຍະ 2014 2020 ຈະ​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ຜະ​ລິດ ແລະ ນຳ​ໃຊ້​ພະ​ລ​ັງ​ງານ​ຢູ່ ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ອັດ​ຕາ​ສ່ວນ​ພະ​ລັງ​ງານ​ສະ​ອາດ ແລະ ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ໃນ​ຍອດ​​ຈຳ​ນວນພະ​ລັງ​ງານ​ຜະ​ລິດ ແລະ ປະ​ຊາ​ຊົນ​ທຸກ​ຄົນ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ບໍ​ລິ​ການ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ​ຍືນ​ຍົງ”.

        ສ່ວນ​ ດ​ຣ Franz Jessen, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ຫະ​ພາບ ເອີ​ລົບ ປະ​ຈຳ ຫວຽດ​ນາມ, ຢັ້ງ​ຢືນ​ວ່າ:

“ສະ​ຫະ​ພາບ ເອີ​ລົບ ມຸ່ງ​ໄປ​ເຖິງ​ການ​ໂອ້​ລົມ​ສົນ​ທະ​ນາ​ຂະ​ແໜງ​ໂດຍ​ກົງ ແລະ ກຳ​ນົດ​​ໝາກ​ຜົນ​ກັບ​ລັດ​ຖະ​ບານ ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ໜ​ູນ​ຊ່ວຍ​ພະ​ລ​ັງ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ສະ​ດວກ ກັບ​ບັນ​ດາ​ຜົນ​ປະ​ໂຫຍດ​ແບບ​ຍືນ​ຍົງ​ໃຫ້​ແກ່​ປະ​ຊາ​ຊົນ ຫວຽດ​ນາມ”


ຂ່າວ/ບົດ​ອື່ນ