ອີຣັກ ເປີດບັ້ນຮົບກວາດລ້າງທະຫານແຕກເສິກ IS

(VOVWORLD) - ກ່ອນໜ້ານັ້ນ, ພາກສ່ວນຂອງ IS ນັບສິບໆຄົນ ໄດ້ລັກໜີອອກຈາກຖານທີ່ໝັ້ນຂອງມັນກ່ອນຢູ່ແຂວງ Salahudin ແລະ ເຂດ Hawijah  ທາງທິດໃຕ້ຂອງ Kirkuk ພາຍຫຼັງທີ່ຖືກກຳລັງ ອີຣັກ ຕີໃຫ້ຖອຍໄປໃນບັນດາການບຸກໂຈມຕີຕ້ານ IS ແຕ່ 2 – 3 ເດືອນຜ່ານມາ

ອີຣັກ ເປີດບັ້ນຮົບກວາດລ້າງທະຫານແຕກເສິກ IS - ảnh 1 ສວນສະໜາມຢູ່ແບດແດດອວຍພອນໄຊຊະນະຕໍ່ IS

(ພາບ: FNA)

ກອງທັບ ອີຣັກ ໄດ້ປະກາດວ່າ, ບັນດາກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ພວມເປີດບັ້ນຮົບກວາດລ້າງທະຫານແຕກເສິກຂອງ IS ຢູ່ເຂດຊົນນະບົດທາງທິດເໜືອພາກກາງ ອີຣັກ. ບັນດາທະຫານເຫຼົ່ານີ້ຈະສືບຕໍ່ບັ້ນຮົບໃນຊຸມວັນຈະມາເຖິງ ຈົນຮອດຍາມໃດກວາດລ້າງພາກສ່ວນ IS ອອກຈາກເຂດນີ້ທັງໝົດ.

        ກ່ອນໜ້ານັ້ນ, ພາກສ່ວນຂອງ IS ນັບສິບໆຄົນ ໄດ້ລັກໜີອອກຈາກຖານທີ່ໝັ້ນຂອງມັນກ່ອນຢູ່ແຂວງ Salahudin ແລະ ເຂດ Hawijah  ທາງທິດໃຕ້ຂອງ Kirkuk ພາຍຫຼັງທີ່ຖືກກຳລັງ ອີຣັກ ຕີໃຫ້ຖອຍໄປໃນບັນດາການບຸກໂຈມຕີຕ້ານ IS ແຕ່ 2 – 3 ເດືອນຜ່ານມາ. ວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີ ອີຣັກ Haider al – Abadi ປະກາດປົດປ່ອຍ ອີຣັກ ໃຫ້ຫລຸດພົ້ນອອກຈາກພວກທະຫານກະບົດ IS ຢ່າງສົມບູນ ພາຍຫຼັງທີ່ກຳລັງປ້ອງກັນຄວາມສະຫງົບໄດ້ຢຶດຄອງຄືນບັນດາເຂດທີ່ເຄີຍຖືກກຸ່ມຫົວຮຸນແຮງນີ້ຄວບຄຸມທັງໝົດ. ເຖິງຢ່າງໃດກໍ່ຕາມ, ຍັງມີກຸ່ມມືປຶນ IS ຂະໜາດນ້ອຍ ໄດ້ລີ້ຊ້ອນຢູ່ທະເລຊາຍ ແລະ ບາງເຂດຄວາມສະຫງົບຍັງບໍ່ຮັດກຸມ.

ຕອບກັບ

ຂ່າວ/ບົດ​ອື່ນ