ອີຣັກກ່າວປະນາມ IS ນຳໃຊ້ອາວຸດເຄມີ


ອີຣັກກ່າວປະນາມ IS ນຳໃຊ້ອາວຸດເຄມີ - ảnh 1

ທະຫານກະບົດ IS ຢູ່ອີຣັກ

(ພາບ: AFP)

(vovworld) –​ ຕາມ​ວົງ​ການ​ເຈົ້າໜ້າ​ທີ່​ອີຣັກ​ແລ້ວ, ພວກ​ທະຫານ​ກະບົດ​ຂຶ້ນ​ກັບ​ລັດ​ອິດ​ຊະລາ​ມອ້າງ​ຊື່​ເອງ (IS) ​ໄດ້ນຳ​ໃຊ້​ທາດ​ພິດ clo ​ໃນ​ການ​ປະທະ​ກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ເທດ​ນີ້ ​ແລະ ທະຫານ​ລາດ​ອິດ​ຊະລາ​ມນິກາຍ ຊີ​ອະ ຢູ່​ພາກ​ເໜືອ​ອີຣັກ ​ເມື່ອ​ເດືອນ​ກ່ອນ ​ອັນ​ໄດ້ຮັດ​ໃຫ້​ນັກຮົບ ​ແລະ ທະຫານ​ລາດ​ນິກາຍ ຊີ​ອະ ປະມານ 40 ຄົນ​ຖືກ​ຕິດ​ທາດ​ພິດ​ດັ່ງກ່າວ​ແຕ່​ບໍ່​ມີ​ໄພ​ອັນຕະລາຍ​ຕໍ່​ຊີວິດ.

  ຕໍ່ໜ້າ​ຂ່າວ​ດັ່ງກ່າວ, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​​ເນັ້ນໜັກ​ວ່າ, ນີ້​ແມ່ນ​ຄຳ​ກ່າວ​ຫາ​ທີ່​ໜັກໜ່ວງ ​ແລະ ວໍ​ຊິງ​ຕັນ ພວມ​ຊອກ​ຫາ​ຂໍ້​ມູນ​ຂ່າວ​ຕື່ມ​ອີກ​ເພື່ອ​ສາມາດ​ພິສູດ​ບັນຫາ​ນີ້ ​ແລະ ອາ​ເມ​ລິ​ກາ ​ຈະ​ສົ່ງ​ພາລະ​ກອນ​ໄປ​ສະຖານ​ທີ່​ເກີດ​ເຫດ​ເພື່ອ​ວິ​ເຄາະ ​ແລະ ​ເຮັດ​ແຈ້ງ​ບັນດາ​ຂໍ້​ມູນ​ຂ່າວ​ດັ່ງກ່າວ./.

ຂ່າວ/ບົດ​ອື່ນ