ອີຣັກຮຽກຮ້ອງເປີດກວ້າງບັນດາບັ້ນບຸກໂຈມຕີເລັ່ງໃສ່ IS ຢູ່ຊີຣີ

ອີຣັກຮຽກຮ້ອງເປີດກວ້າງບັນດາບັ້ນບຸກໂຈມຕີເລັ່ງໃສ່ IS ຢູ່ຊີຣີ - ảnh 1
ພາບ​ປະ​ກອບ:internet

(vovworld)- ວັນ​ທີ 17/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ Haidar al Abadi ຖື​ວ່າ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ໂລກ ເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ມື​ປືນກໍ່​ກາ​ນ​ຮ້າຍ​ທີ່​ຂຶ້ນ​ກັບ​ລັດ​ອິດ​ສະ​ລາມ IS ຄວນ​ປະ​ຕິ​ບັດ​ທັງ​ຢູ່ ອີ​ຣັກ ແລະ ປະ​ເທດບ​້ານ​ໃກ້​ເຮືອນ​ຄຽງ ຊີ​ຣີ. ຕາມ​ທ່ານ​ນາ​ຍົກລັດ​​ຖະ​ມົນ​ຕີ ອີ​ຣ​ັກ Haidar al Abadi ແລ້ວ, ​ການ​ຕໍ່​ສູ້​ຕ້ານ IS ຍັງ​ຄົງ​ສືບ​ຕໍ່​ດຳ​ເນີນ​ຈົນ​ເຖິງ​ເມື່ອ​ກຳ​ລັງ​ນີ້​ຖືກ​ດັບ​ສູນ ຢູ່ ຊີ​ຣີ, ນີ້​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ ພາຍ​ໃຕ້ບົດ​ບາດຊີ້​ນຳ​ນຳ​ພາ​ຂອງ ອາ​ເມ​ລິ​ກາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abadi ຢືນ​ຢັນ​ວ່າ: ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຊີ​ຣີ ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ ອີ​ຣັກ. ທ່ານ Abadi ກໍ​ຮັບ​ຮູ້​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ຈຳ​ນວ​ນ​ຫນຶ່ງ ແຕ່ ອີ​ຣັກ ບໍ່​ຢາກ​ໃຫ້​ເກີດ​ບັນ​ດາ​ບັນ​ຫາ​ກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

 

ຂ່າວ/ບົດ​ອື່ນ