ອີຣານ, ຍີ່ປຸ່ນ ເນັ້ນໜັກເຖິງຄໍາຮຽກຮ້ອງຮັບປະກັນຄວາມໝັ້ນຄົງຢູ່ຊ່ອງແຄບທະເລ Hormuz

(VOVWORLD) - ໃນການເຈລະຈາທາງໂທລະສັບຂອງວັນທີ 01 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ແລະ ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງຮັບປະກັນສັນຕິພາບ ແລະ ສະຖຽນລະພາບຢູ່ເຂດອ່າວເປີເຊຍ ແລະ ຊ່ອງແຄບທະເລ Hormuz ແມ່ນວຽກງານທີ່ຈໍາເປັນໃນສະພາບຄວາມເຄັ່ງຕຶງພວມປີນຂັ້ນໄດຢູ່ເຂດຍຸດທະສາດນີ້.
ອີຣານ, ຍີ່ປຸ່ນ ເນັ້ນໜັກເຖິງຄໍາຮຽກຮ້ອງຮັບປະກັນຄວາມໝັ້ນຄົງຢູ່ຊ່ອງແຄບທະເລ Hormuz - ảnh 1ກໍ່າປັ່ນຂົນສົ່ງນໍ້າມັນ (ພາບ: AFP/TTXVN)

ເມື່ອແລກປ່ຽນກັບຄູ່ຕໍາແໜ່ງ ຍີ່ປຸ່ນ Taro Kono, ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ, ທ່ານວ່າທີ່ນາຍພົນ Amir Hatami  ໄດ້ເນັ້ນໜັກເຖິງທາດແທ້ລວມໝູ່ຂອງບັນຫາຄວາມໝັ້ນຄົງຢູ່ເຂດອ່າວເປີເຊຍ ໂດຍຖືວ່າ ບໍ່ມີປະເທດໃດໃນພາກພື້ນນີ້ ສາມາດຮັບປະກັນຄວາມໝັ້ນຄົງໄດ້ ໃນເມື່ອບັນດາປະເທດບ້ານໃກ້ເຮືອນຄຽງພວມຕົກເຂົ້າສູ່ສະພາບສັບສົນ ແລະ ຂາດສະຖຽນລະພາບ. ທ່ານ Hatami ປະຕິເສດບັນດາຂໍ້ກ່າວຫາໄຮ້ເຫດຜົນຂອງ ອາເມລິກາ ແລະ ສໍາພັນທະມິດ ທີ່ຖືວ່າ ອີຣານ ເຂົ້າຮ່ວມບັນດາເຫດບຸກໂຈມຕີີ ແນໃສ່ບັນດາຮາກຖານນໍ້າມັນບໍ່ສໍາຄັນຂອງ ອາຣັບບີ ຊະອຸດິ ຫວ່າງມໍ່ໆມານີ້, ພ້ອມທັງຢັ້ງຢືນວ່າ ວໍຊີງຕັນ ບໍ່ມີພະຍານຫຼັກຖານໃດໆ ເພື່ອຍົກອອກບັນດາຂໍ້ກ່າວຫາດັ່ງກ່າວ. ທ່ານ Hatami ເນັ້ນໜັກວ່າ ອີຣານ ຍາມໃດກໍຢາກຮ່ວມມືກັບບັນດາປະເທດອື່ນໆ ເພື່ອແນໃສ່ສ້າງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ.

        ໃນການເຈລະຈາຜ່ານທາງໂທລະສັບດັ່ງກ່າວ, ສອງຝ່າຍກໍໄດ້ແລກປ່ຽນທັດສະນະກ່ຽວກັບຄວາມມານະພະຍາຍາມສ້າງສັນຕິພາບຢູ່ຊ່ອງແຄບ Hormuz, ເຊິ່ງແມ່ນຂໍ້ລິເລີ່ມຂອງ ອີຣານກ່ຽວກັບການຮ່ວມມືໃນພາກພື້ນ ເພື່ອແນໃສ່ຮັບປະກັນສັນຕິພາບຢູ່ຊ່່ອງແຄບຍຸດທະສາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ