ອີຣານ ຕັ້ງເງື່ອນໄຂເຈລະຈາກັບ ອາເມລິກາ

(VOVWORLD) -ທ່ານປະທານາທິບໍດີ ອີຣານ Hassan Rouhani ຖະແຫຼງວ່າ ບໍ່ນັບການເຈລະຈາກັບ ອາເມລິກາ ຖ້າຫາກ ວໍຊີງຕັນ ລົບລ້າງບັນດາມາດຕະການລົງໂທດສໍາລັບປະເທດ ສາທາລະນະລັດອິດສະລາມນີ້. 

ວັນທີ 29 ພຶດສະພາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຖະແຫຼງວ່າ ບໍ່ນັບການເຈລະຈາກັບ ອາເມລິກາ ຖ້າຫາກ ວໍຊີງຕັນ ລົບລ້າງບັນດາມາດຕະການລົງໂທດສໍາລັບປະເທດ ສາທາລະນະລັດອິດສະລາມນີ້. ກ່າວຄໍາເຫັນໃນຊ່ອງໂທລະພາບແຫ່ງຊາດ, ທ່ານປະທານາທິບໍດີ Rouhani ຊີ້ແຈ້ງວ່າ ບໍ່ວ່າເວລາໃດກໍຕາມ ເມື່ອ ອາເມລິກາ ລົບລ້າງບັນດາມາດຕະການລົງໂທດອະຍຸຕິທໍານີ້ ແລະ ປະຕິບັດບັນດາຄໍາໝັ້ນສັນຍາຢ່າງຄົບຖ້ວນ ແລະ ກັບຄືນສູ່ໂຕະເຈລະຈາ ເຊິ່ງ ວໍຊີງຕັນ ເຄີີຍປະມາດ້ວຍຕົນເອງນັ້ນ ອີຣານ ຈະເປີດກາລະໂອກາດເຈລະຈາ. ເຖິງຢ່າງໃດກໍຕາມ, ຕາມທ່ານປະທານາທິບໍດີ ອີຣານ ແລ້ວ, ປະຊາຊົນ ອີຣານ ພຽງແຕ່ຕີລາຄາຝ່າຍ ອາເມລິກາ ຜ່ານບັນດາການກະທໍາລະອຽດເທົ່ານັ້ນ.

        ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາກ່ອນນັ້ນ 1 ວັນ ພາຍຫຼັງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ຖ້າຫາກ ເຕເຮຣານ ຢາກ ເຈລະຈາ, ວໍຊີງຕັນ ກໍຈະເຮັດຄືແນວນັ້ນ ພ້ອມທັງເນັ້ນໜັກວ່າ “ວໍຊີງຕັນ ບໍ່ຊອກຫາວິທີປ່ຽນແປງລະບອບຢູ່ ອີຣານ”.


ຕອບກັບ

ຂ່າວ/ບົດ​ອື່ນ