ອີຣານ ຖະແຫຼງ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ລັດເຊຍ

(VOVWORLD) - ໃນຖະແຫຼງການໄດ້ເອົາລົງເວັບໄຊຂອງປະທານາທິບໍດີ ອີຣານ, ທ່ານ Ebrahim Raisi ຍົກສູງການພົວພັນລະຫວ່າງ ອີຣານ ແລະ ລັດເຊຍ ທີ່ນັບມື້ນັບພັດທະນາ
ອີຣານ ຖະແຫຼງ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ລັດເຊຍ - ảnh 1ທ່ານປະທານາທິບໍດີ ອີຣານ Ebrahim Raisi
(ພາບ: AFP/TTXVN)

        ອີຣານ ພ້ອມແລ້ວຈະປະຕິບັດບັນດາມາດຕະການບັນລຸປະສິດທິຜົນກວ່າ ເພື່ອເພີ່ມທະວີການຮ່ວມມືກັບ ລັດເຊຍ ເພື່ອຜົນປະໂຫຍດຂອງ 2 ປະເທດ. ທ່ານປະທານາທິບໍດີ ອີຣານ Ebrahim Raisi ຍົກອອກຄຳຖະແຫຼງດັ່ງກ່າວທີ່ການພົບປະກັບຄູ່ຕຳແໜ່ງປະເທດເຈົ້າພາບ ລັດເຊຍ ທ່ານ Vladimir Putin, ຢູ່ນະຄອນຫຼວງ ມົດສະກູ, ໃນວັນທີ 07 ທັນວາ. ໃນຖະແຫຼງການໄດ້ເອົາລົງເວັບໄຊຂອງປະທານາທິບໍດີ ອີຣານ, ທ່ານ Ebrahim Raisi ຍົກສູງການພົວພັນລະຫວ່າງ ອີຣານ ແລະ ລັດເຊຍ ທີ່ນັບມື້ນັບພັດທະນາ, ພິເສດແມ່ນການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂະແໜງພະລັງງານ, ກະສິກຳ ແລະ ຫຼາຍຂົງເຂດອື່ນໆ.

        ສ່ວນທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງປະເທດນີ້ ແລະ ອີຣານ ພວມຢູ່ໃນລະດັບດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຕາມທ່ານ Vladimir Putin ແລ້ວ, ເລື່ອງວິສາຫະກິດ ລັດເຊຍ ສົນໃຈເຖິງງານວາງສະແດງການຄ້າຂອງ ອີຣານ ຄັ້ງຕ່າງໆ ແລະ ການແລກປ່ຽນການຄ້າລະຫວ່າງ 2 ປະເທດເພີ່ມຂຶ້ນ 20%, ດ້ວຍວົງເງິນການຄ້າບັນລຸ 5 ຕື້ USD ໃນປີຜ່ານມາ ໄດ້ສະແດງໃຫ້ເຫັນວ່າ 2 ປະເທດໄດ້ຕັດສິນໃຈເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ.

        ຕາມສຳນັກຂ່າວສານທາງການ IRNA ແລ້ວ, ວັນທີ 05 ທັນວາ ຜ່ານມາ, 2 ປະເທດໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການຮ່ວມມືແນໃສ່ຮັບມືກັບບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ, ກໍ່ຄືຫຼຸດຜ່ອນການສົ່ງຜົນກະທົບທີ່ຫຍໍ້ທໍ້ຍ້ອນບັນດາມາດຕະການດັ່ງກ່າວກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ