ອີຣານ ບໍ່ຍອມຮັບເອກອັກຄະລັດຖະທູດໃຫມ່ຂອງ ຊູແອັດ

(VOVWORLD) -ທ່ານ Hossein Amir-Abdollahian ລັດຖະມົນຕີການຕ່າງປະເທດ ອີຣານ ກໍ່ຢັ້ງຢືນວ່າ: ອີຣານ ຈະບໍ່ຈັດສົ່ງເອກອັກຄະລັດຖະທູດເຖິງ ຊູແອັດ.
ອີຣານ ບໍ່ຍອມຮັບເອກອັກຄະລັດຖະທູດໃຫມ່ຂອງ ຊູແອັດ - ảnh 1ຜູ້ແຫ່ຂະບວນປະທ້ວງຢູ່ ນອກສະຖານທູດຊູແອັດ ນະຄອນຫລວງ ແບກແດັດ, ອິີຣັກ ເມື່ອວັນທີ 20 ກໍລະກົດ.ພາບ:AFP/TTXVN

ວັນທີ 21 ກໍລະກົດ, ອີຣານ ໄດ້ຖະແຫລງວ່າ ຈະບໍ່ອະນຸຍາດໃຫ້ເອກອັກຄະລັດຖະທູດຄົນໃຫມ່ຂອງ ຊູແອັດ ເຂົ້າປະເທດນີ້ ຍ້ອນມີສ່ວນກ່ຽວຂ້ອງເຖິງເລື່ອງ Stockholm ໄດ້ອະນຸຍາດໃຫ້ດຳເນີນການແຫ່ຂະບວນປະທ້ວງພາໄປເຖິງເລື່ອງເຕະຕ້ອງ ຄຳພິ Koran,  ທ່ານ Hossein Amir-Abdollahian ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ອາຍຸການການທູດຂອງ ເອກອັກຄະລັດຖະທູດ ຊູແອັດ ຢູ່ ປະເທດນີ້ ໄດ້ສິ້ນສຸດ ແລະ ຕາມຄຳສັ່ງຂອງປະທານາທິບໍດີ ອີຣານ, ເຕເຮຣານ ຈະບໍ່ຍອມຮັບທ່ານເອກອັກຄະລັດຖະທູດຄົນໃຫມ່ ຂອງ ຊູແອັດ ຈົນເຖິງ ເມື່ອ Stockholm ມີການກະທຳຢ່າງເຂັ້ມງວດຕໍ່ສະພາບເຕະຕ້ອງເຖິງຄຳພີ Koran. ທ່ານ Amir-Abdollahian ກໍ່ຢັ້ງຢືນວ່າ: ອີຣານ ຈະບໍ່ຈັດສົ່ງເອກອັກຄະລັດຖະທູດເຖິງ ຊູແອັດ. ໃນວັນດຽວກັນ ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ໂອ້ລົມທາງໂທລະສັບກັບຄູຕຳແຫນ່ງ ຊູແອັດ ທ່ານ Tobias Billstrom ເພື່ອປຶກສາຫາລືກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ