ອີ​ຣ​ານ​ ປ​ະ​ກາດຮັບ​ມື​ກັບ​ທຸກໆ​ໄພ​ນາບ​ຂູ່​ຕໍ່​ຄວາມປ​ອດ​ໄພ​ໃນການ​ເດີນ​ເຮືອ​ຂອງ​ປະ​ເທດ​ຊາດ

(VOVWORLD) - ອີຣານຖືການເຂົ້າຮ່ວມຂອງ ອິດສະລາແອັນ ເຂົ້າບໍ່ວ່າສຳພັນທະມິດໃດຢູ່ ເຂດອ່າວເປີເຊຍແມ່ນໄພນາບຂູ່ຢ່າງຈະແຈ້ງຕໍ່ຄວາມປອດໄພໃນການເດີນເຮືອຂອງຕົນ ແລະ ອີຣານ ມີສິດຮັບມືກັບທຸກໆໄພນາບຂູ່. 

        ນີ້ແມ່ນຄຳຖະແຫຼງ ໃນວັນທີ 9 ສິງຫາ, ຂອງທ່ານ Abbas Mousavi ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ສະແດງຄຳຄິດເຫັນກ່ຽວກັບຄວາມສາມາດທີ່ວ່າ ອິດສະລາແອັນເຂົ້າຮ່ວມສຳພັນທະມິດໂດຍ ອາເມລິກາ ນຳໜ້າເພື່ອດຳເນີນການລາດຕະເວນຢູ່ເຂດອ່າວ ເປີເຊຍ.

ອີ​ຣ​ານ​ ປ​ະ​ກາດຮັບ​ມື​ກັບ​ທຸກໆ​ໄພ​ນາບ​ຂູ່​ຕໍ່​ຄວາມປ​ອດ​ໄພ​ໃນການ​ເດີນ​ເຮືອ​ຂອງ​ປະ​ເທດ​ຊາດ - ảnh 1ກ່ຳປັ່ນຂົນສົ່ງສິນຄ້າຂອງອີຣານ (ພາບ: AFP/TTXVN) 

       ອາເມລິກາ ໄດ້ເຊີນເອົາບັນດາປະເທດຄື: ອົດສະຕາລີ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ, ນອກແວ, ແບນຊິກ, ອັງກິດ ແລະ ສ.ເກົາຫຼີ ເຂົ້າຮ່ວມສຳພັນທະມິດ. ອັງກິດໄດ້ຖະແຫຼງວ່າ ຈະເຂົ້າຮ່ວມພາລະກຳຮັບປະກັນຄວາມປອດໄພຢູ່ທະເລໂດຍອາເມລິການຳໜ້າຢູ່ເຂດອ່າວເພື່ອປ້ອງກັນບັນດາກ່ຳປັ່ນການຄ້າທີ່ແລ່ນຜ່ານຊ່ອງແຄບ Hormuz, ໃນຂະຂະນັ້ນ, ເຢຍລະມັນ ຈະບໍ່ເຂົ້າຮ່ວມສຳພັນທະມິດກອງທັບເຮືອຂອງ ອາເມລິກາ. ສ່ວນຍີ່ປຸ່ນກໍ່ຖະແຫຼງວ່າ ອາດຈະສົ່ງບັນດາກ່ຳປັ່ນໄປລາດຕະເວນຢູ່ກາງທະເລ Yemen ແທນໃຫ້ເລື່ອງເຂົ້າຮ່ວມສຳພັນທະມິດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ