ອີຣານ ປະຕິເສດການເຈລະຈາໂດຍກົງກັບ ອາເມລິກາ ກ່ຽວກັບສະພາບການຢູ່ພາກພື້ນ

(VOVWORLD) - ບັນດາການເຈລະຈາໂດຍກົງລະຫວ່າງປະເທດນີ້ກັບ ອາເມລິກາ ກ່ຽວກັບສະພາບການຢູ່ພາກພື້ນແມ່ນ “ບໍ່ຈຳເປັນ”.
ອີຣານ ປະຕິເສດການເຈລະຈາໂດຍກົງກັບ ອາເມລິກາ ກ່ຽວກັບສະພາບການຢູ່ພາກພື້ນ - ảnh 1ໂຄສົກກະຊວງການຕ່າງປະເທດ ອີຣານ Nasser Kanaani
(ພາບ: IRNA/TTXVN)

        ວັນທີ 05 ກຸມພາ, ອີຣານ ໄດ້ປະຕິເສດການເຈລະຈາໂດຍກົງກັບ ອາເມລິກາ ກ່ຽວກັບບັນດາບັນຫາຢູ່ເຂດຕາເວັນອອກກາງ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນຢູ່ນະຄອນຫຼວງ ເຕເຮຣານ, ໂຄສົກກະຊວງການຕ່າງປະເທດ ອີຣານ Nasser Kanaani, ເວົ້າວ່າ, ບັນດາການເຈລະຈາໂດຍກົງລະຫວ່າງປະເທດນີ້ກັບ ອາເມລິກາ ກ່ຽວກັບສະພາບການຢູ່ພາກພື້ນແມ່ນ “ບໍ່ຈຳເປັນ”. ທ່ານໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງ ອີຣານ ແມ່ນຈະແຈ້ງແລ້ວ ແລະ ເຕເຮຣານ ໄດ້ສົ່ງທັດສະນະຂອງຕົນເຖິງ ວໍຊິງຕັນ ຜ່ານບັນດາຝ່າຍເປັນກາງໄກ່ເກ່ຍ. ຕາມທ່ານ Nasser Kanaani, ມາດຕະການຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນຕ້ອງເລີ່ມແຕ່ສາຍເຫດທີ່ພາໄປເຖິງການປະທະກັນ, ໝາຍຄວາມວ່າຕ້ອງມີມາດຕະການແກ້ໄຂສຳລັບບັນຫາ ປາແລັດສະຕິນ. ໃນຂະນະນັ້ນ, ອາເມລິກາ ພັດບໍ່ແມ່ນສ່ວນໜຶ່ງຂອງມາດຕະການຄືແນວນັ້ນ. ນອກນັ້ນ, ທ່ານ Nasser Kanaani ກໍ່ຖືວ່າ, ບັນດາການບຸກໂຈມຕີທາງອາກາດໂດຍກຳລັງຂອງ ອາເມລິກາ ແລະ ອັງກິດ ດຳເນີນແນໃສ່ບັນດາຮາກຖານຂອງກຳລັງ Houthi ຢູ່ ເຢແມນ ພຽງແຕ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນເພີ່ມຂຶ້ນເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ