ອີ​ຣານ ​ພ້ອມ​ແລ້ວ​ທີ່​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ຫະ​ພັນ​ພ​າກ​ພື້ນເພື່ອ​ສ້າງ​ຕັ້ງ ສັນ​ຕິ​ພາບ

(VOVWORLD) -ວັນທີ 30 ກັນຍາ, ທ່ານ Ali Rabiee ໂຄສົກຂອງລັດຖະບານ ອີຣານ ໄດ້ຖະແຫຼງວ່າ, ປະເທດນີ້ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບສະຫະພັນພາກພື້ນເພື່ອສ້າງສັນຕິພາບ. 
ອີ​ຣານ ​ພ້ອມ​ແລ້ວ​ທີ່​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ຫະ​ພັນ​ພ​າກ​ພື້ນເພື່ອ​ສ້າງ​ຕັ້ງ ສັນ​ຕິ​ພາບ - ảnh 1 ທ່ານ ປະທານາທິບໍດີ ອີຣານ  Hassan Rouhani Rouhani   ກ່າວຄຳເຫັນທີ່ ສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 74 (ພາບ: TTXVN)

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Rabiee ຊີ້ແຈ້ງວ່າ ຂໍ້ສະເໜີຂອງ ອີຣານ ກ່ຽວກັບ “ສະຫະພັນແຫ່ງຄວາມຫວັງ” ບໍ່ລວມມີການເຂົ້າຮ່ວມຂອງບັນດາກຳລັງພາຍນອກ ແລະ ພຽງແຕ່ແມ່ນແຜນການຂອງ ອີຣານ ບໍ່ວ່າປະເທດໃດໃນພາກພື້ນເພື່ອສ້າງຕັ້ງພື້ນຖານຄວາມໝັ້ນຄົງຮອບດ້ານ. ສະຫະພັນແຫ່ງຄວາມຫວັງ ບໍ່ຕ້ານຄືນປະເທດໃດ ແລະ ແນໃສ່ເປົ້າໝາຍຮັກສາສັນຕິພາບລະຫວ່າງ ບັນດາປະເທດໃນພາກພື້ນ.

        ອາທິດກ່ອນ, ທ່ານ ປະທານາທິບໍດີ Rouhani ແຈ້ງໃຫ້ຊາບວ່າ ຂໍ້ລິເລີ່ມສະຫະພັນຂອງ ອີຣານແມ່ນແນໃສ່ຮັກສາຄວາມໝັ້ນຄົງຂອງ ຊ່ອງແຄບ Hormuz, ກໍ່ຄືສ້າງຕັ້ງສັນຕິພາບ ແລະ ການຮ່ວມມືໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ