ອີຣານ ພ້ອມ​ແລ້ວ​ທີ່​ຈະ​ສ້າງການ​ພົວພັນ ກັບ ອາຣັບບິ ຊະ​ອຸ​ດິ ​ເປັນ​ປົກກະຕິ

(VOVWORLD) - ວັນທີ 3 ທັນວາ, ສໍານັກຂ່າວສານທາງການຂອງ ອີຣານ IRNA ໄດ້ຄັດສະເໜີຄໍາຖະແຫຼງຂອງທ່ານປະທານາທິບໍດີ Hassan Rouhani ທີ່ວ່າ ສາທາລະນະລັດ ອິດສະລາມ ພ້ອມແລ້ວທີ່ຈະສ້າງການພົວພັນກັບ ອາຣັບບິ ຊະອຸດິ ເປັນປົກກະຕິ.

        ກ່າວຄໍາເຫັນໃນການພົບປະກັບທ່ານລັດຖະມົນຕີກະຊວງການຕ່່າງປະເທດ ໂອມານ Yousef Bin Alawi, ເຊິ່ງປັດຈຸບັນພວມຢ້ຽມຢາມ ເຕເຮຣານ, ທ່ານປະທານາທິບໍດີ Hassan Rouhani ຢັ້ງຢືນວ່າ, ຕາມທັດສະນະຂອງ ອີຣານ ແລ້ວ, ບໍ່ມີບັນຫາໃນການພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ເຊື່ອມຕໍ່ການພົວພັນກັບ ອາຣັບບິ ຊະອຸດິ. ຕາມທ່ານແລ້ວ, ບັນດາປະເທດໃນພາກພື້ນ ຄວນພ້ອມກັນສ້າງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານປະທານາທິບໍດີ ອີຣານ ຢັ້ງຢືນວ່າ “ຄວນສ້າງຄວາມໝັ້້ນຄົງໃນເຂດອ່າວເປີເຊຍ ແລະ ຊ່ອງແຄບທະເລ Hormuz ຜ່ານການເປີດກວ້າງການຮ່ວມມື ແລະ ສະກັດກັ້ນການແຊກແຊງຂອງບັນດາປະເທດມະຫາອໍານາດ.


ຕອບກັບ

ຂ່າວ/ບົດ​ອື່ນ