ອີ​ຣານ ມີ​ຄວາມ​ຫວັງ​ຢາກ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ ເພື່ອ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ຄືນ​ໃໝ່​ໂດຍ​ໄວ

(VOVWORLD) -ວັນທີ 6 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ໄດ້ຕັ້ງຄວາມຫວັງ ຕໍ່ການເຈລະຈາ ກ່ຽວກັບຂໍ້ຕົກລົງນິດເຄຼຍ ອີຣານ, ເຊິ່ງເອີ້ນວ່າ ແຜນການເຄື່ອນໄຫວລວມຢ່າງຮອບດ້ານ (JCPOA), ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໂດຍໄວ ຢູ່ ໂອຕາລິດ.

ອີ​ຣານ ມີ​ຄວາມ​ຫວັງ​ຢາກ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ ເພື່ອ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ຄືນ​ໃໝ່​ໂດຍ​ໄວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian (ພາບ:iranprimer.usip.org)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ມົດສະກູ ພາຍຫຼັງການພົບປະກັບຄູ່ຮ່ວມຕຳແໜ່ງລັດເຊຍ ທ່ານ Sergei Lavrov, ທ່ານ Hossein Amir-Abdollahian ໄດ້ຊີ້ແຈ້ງວ່າ, ເຕເຮຣານ ໄດ້ຮັບສັນຍານຈາກ ອາເມລິກາ ເຊິ່ງແມ່ນປະເທດຖອນຕົວອອກຈາກ ຂໍ້ຕົກລົງ JCPOA ພາຍໃຕ້ອຳນາດການປົກຄອງທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump - ເຊິ່ງອີກຄັ້ງໜຶ່ງ ທ່ານໄດ້ມີຄວາມສົນໃຈຕໍ່ການປະຕິບັດຂໍ້ຕົກລົງນີ້.

ກ່ອນໜ້ານັ້ນໃນວັນດຽວກັນ, ຕາມຂໍ້ສະເໜີຂອງ ວໍຊິງຕັນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ໄດ້ເຈລະຈາທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ປຶກສາຫາລື ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍຄືນໃໝ່. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ຖືວ່າ ການເຈລະຈາ “ຄວນໄດ້ຮັບການເຊື່ອມຕໍ່ຍິ່ງໄວກໍ່ຍິ່ງດີ”, ພ້ອມທັງ ຮຽກຮ້ອງໃຫ້ ອາເມລິກາ ກັບຄືນສູ່ການປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ