ອີຣານ ມີປະຕິກິລິຍາກ່ຽວກັບບົດລາຍງານຂອງ IAEA ກ່ຽວກັບເລື່ອງເສີມທາດ uranium

(VOVWORLD) - ເຕເຮຣານ ພວມເສີມທາດ uranium ບໍລິສຸດຂຶ້ນເຖິງລະດັບ 60%. ຕົວເລກນີ້ຕ່ຳກ່ວາລະດັບ 90% ທີ່ຈຳເປັນເພື່ອປະກອບອາວຸດນິວເຄຼຍ
ອີຣານ ມີປະຕິກິລິຍາກ່ຽວກັບບົດລາຍງານຂອງ IAEA ກ່ຽວກັບເລື່ອງເສີມທາດ uranium - ảnh 1ບ່ອນເສີມທາດ uranium
(ພາບ:AFP/TTXVN)

ວັນທີ 27 ທັນວາ, ທ່ານ Mohammad Eslami, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູ ອີຣານ ຢັ້ງຢືນ “ບໍ່ມີຫຍັງໃໝ່” ໃນບົດລາຍງານຂອງອົງການພະລັງງານປະລະມານູສາກົນ (IAEA) ໃນຂະນະທີ່ອົງການນີ້ຖືວ່າ: ເຕເຮຣານ ໄດ້ຕ່າວປິ້ນ ຂັ້ນຕອນ “ຫລຸດຄວາມໄວ” ໃນໂຄງການເສີມທາດ uranium. ສື່ມວນຊົນ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Eslami ທີ່ຊີ້ແຈ້ງວ່າ ປະເທດ ສ. ອິດສະລາມ ນີ້ ບໍ່ “ເຮັດຫຍັງໃຫມ່ ແລະ ພຽງແຕ່ພວມຜັນຂະຫຍາຍບັນດາການເຄື່ອນໄຫວຕາມຂໍ້ກຳນົດເທົ່ານັ້ນ”.      

        ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ IAEA ປະກາດບົດລາຍງານກ່ຽວກັບການເຄື່ອນໄຫວນິວເຄຼຍຂອງ ອີຣານ ພຽງໜຶ່ງວັນ, ໃນນັ້ນຖືວ່າ: ເຕເຮຣານ ພວມເສີມທາດ uranium ບໍລິສຸດຂຶ້ນເຖິງລະດັບ 60%. ຕົວເລກນີ້ຕ່ຳກ່ວາລະດັບ 90% ທີ່ຈຳເປັນເພື່ອປະກອບອາວຸດນິວເຄຼຍ, ແຕ່ສູງກ່ວາຫຼາຍເມື່ອທຽບໃສ່ລະດັບຈຳກັດ 3,67% ເຊິ່ງ ອີຣານ ໄດ້ໃຫ້ຄຳໝັ້ນສັນຍາໃນຂໍ້ຕົກລົງເຊິ່ງ ເຕເຮຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດ ສະພາຄວາມໝັ້ນຄົງ ສປຊ ແມ່ນ: ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ ແລະ ຈີນ ພ້ອມກັບ ເຢຍລະມັນ) ເຊັນໃນປີ 2015. ຕາມ IAEA ແລ້ວ, ການເຄື່ອນໄຫວເສີມທາດ uranium ດັ່ງກ່າວພວມດຳເນີນໄປຢູ່ໂຮງງານແຫ່ງໜຶ່ງຢູ່ Natanz ແລະ ຮາກຖານນິວເຄຼຍ Fordow ຢູ່ Qom, ທາງພາກເໜືອ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ