​ອີ​ຣານ ຢັ້ງ​ຢືນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແລກ​ປ່ຽນນັກ​ໂທດ​ກັບ ອາ​ເມ​ລິ​ກາ

(VOVWORLD) - ອີຣານ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງແລກປ່ຽນນັກໂທດ. 
​ອີ​ຣານ ຢັ້ງ​ຢືນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແລກ​ປ່ຽນນັກ​ໂທດ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh (ພາບ: AFP)

  ວັນທີ 18 ກໍລະກົດ, ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh ໄດ້ຖະແຫຼງວ່າ ປະເທດນີ້ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງແລກປ່ຽນນັກໂທດ. ຂໍ້ມູນຂ່າວສານດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ອາເມລິກາ ປະຕິເສດການບັນລຸໄດ້ຂໍ້ຕົກລົງດັ່ງກ່າວກ່ອນໜ້ານັ້ນໜຶ່ງວັນ.

        ໃນສື່ສັງຄົມອອນລາຍ Twitter, ທ່ານ Saeed Khatibzadeh ຢັ້ງຢືນວ່າ ຂໍ້ຕົກລົງແລກປ່ຽນນັກໂທດໄດ້ເຫັນດີກັບ ອາເມລິກາ ແລະ ອັງກິດ ຢູ່ ວຽນ (ໂອຕາລິດ) ກ່ຽວກັບການປ່ອຍນັກໂທດຂອງກັນຝ່າຍລະ 10 ຄົນ. ອີຣານ ພ້ອມແລ້ວທີ່ຈະຜັນຂະຫຍາຍຂໍ້ຕົກລົງສະບັບນີ້. ໂຄສົກກະຊວງການຕ່າງປະເທດຂອງ ອີຣານ ກໍໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວ ບໍ່ກ່ຽວຂ້ອງເຖິງການເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍ ຫຼື ຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA).


ຕອບກັບ

ຂ່າວ/ບົດ​ອື່ນ