ອີຣານປະກາດຈຸດເວລາເຊື່ອມຕໍ່ການເຈລະຈານິວເຄຼຍກັບກຸ່ມP5+1

ອີຣານປະກາດຈຸດເວລາເຊື່ອມຕໍ່ການເຈລະຈານິວເຄຼຍກັບກຸ່ມP5+1 - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 ເມ​ື່ອ​ວັນ​ທີ 31/3.
(ພາບ: AFP/TTXVN)

(vovworld) - ວັນ​ທີ 14/4, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທັ​ງ​ເປັນ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ນິວ​ເຄຼຍ​ຂອງ ອີ​ຣານ Mohammad Javad Zarif ໃຫ້​ຮູ້​ວ່າ: ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ໃນ​ວັນ​ທີ 21/4. ນີ້​ຈະ​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເມື່ອ ອີ​ຣານ ແລະ ກຸ່ມ P5+1 ບັນ​ລຸ​ໄດ້​ບັ​ນ​ດາ​ບາດ​ກ້າວ​ສຳ​ຄັນ​ກ່ອນນີ້ 2 ອາ​ທິດ. ກ່າວ​ຄຳ​ເຫັນ​ທີ່​ນະ​ຄອນຫຼວງ Madrid ໃນ​ການ​ຢ້ຽມ​ຢາມ ​ແອ​ດ​ສະ​ປາຍ, ທ່ານ Zarif ​ໄດ້​ແຈ້ງ​ໃຫ້ບັນ​ດາ​ຜູ້​ຮ່ວມ​ງານ​ຂອງ​ທ່ານ ​ທັງ​ເປັນ​ຄູ່​ຕຳ​ແໜ່ງ​ຮອງ​ຫົວ​ໜ້າ​ ​ຂອງ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ ແລະ ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ ເອີ​ລົບ Federica Mogherini ແລະ ບັນ​ດາ​ນັກ​ຊ່ຽວ​ຊານ​ການ​ຕ່າງ​ປະ​ເທດ​ຂັ້ນ​ສູງ​ອື່ນໆ​ຂອງ​ກຸ່ມ P5+1 ​ໄດ້​ຮັບ​ຊາບ​ວ່າຈະ​ພົບ​ປະ​ໃນ​ວັນ​ທີ 21/4, ເພື່ອ​ເລີ່ມ​ຕົ້ນວິ​ວັດ​ການ​ຮຽບ​ຮຽງ​ບັນ​ດາ​ເອ​ກະ​ສານ​​ຂອງ​ການເຈ​ລະ​ຈາ.


ຂ່າວ/ບົດ​ອື່ນ