ອີຣານຢືນຢັນບໍ່ເຂົ້າຮ່ວມການເຈລະຈາກ່ຽວກັບໂຄງການລູກສອນໄຟ

ອີຣານຢືນຢັນບໍ່ເຂົ້າຮ່ວມການເຈລະຈາກ່ຽວກັບໂຄງການລູກສອນໄຟ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​
ການ​ຕ່າງ​ປະ​ເທ​ດ​ອີ​ຣານ Mohammad Javad Zarif
(ພາບ: THX/TTXVN)

(vovworld) - ວັນ​ທີ 10/04, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ອີ​ຣານ Mohammad Javad Zarif ຖະ​ແຫຼງວ່າ ປະ​ເທດນີ້​ຈະ​ບໍ່​ເຈ​ລະ​ຈາ​ກ່ຽວ​ກັບ​ໂຄງ​ການ​ລູກ​ສອນ​ໄຟຂອງ​ຕົນຍ້ອນ​ວ່າ ນັ້ນ​ແມ່ນ​ບັນ​ຫາ​ປ້ອງ​ກັນ​ປະ​ເທດ. ທ່ານ Javad Zarif ໄ​ດ້​ຍົກ​ອອກ​ຄຳ​ແຫຼງ​ດັ່ງ​ກ່າວ​ພາບ​ຫຼັງ​ທີ່ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ຖະ​​ແຫຼງວ່າ, ອາ​ເມ​ລິ​ກາ ກຽມ​ພ້ອມ​ການ​ເຈ​ລະ​ຈາ​ກັບ​ອີ​ຣານ ກ່ຽວ​ກັບ “ຂໍ້​ຕົກ​ລົງ​ໃໝ່” ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽ​ວ​ຂ້ອງ​ເຖິງ​ໂຄງ​ການ​ລູກ​ສອນ​ໄຟ​ຂອງ​ອີ​ຣານ ໃນວັນ​ທີ 07/04. ວ​ໍ​ຊິງ​ຕັນ ​ເຄີຍຕຳ​​ໜິ​ຕິ​ຕຽນ​ໂຄງ​ການ​​ລູກ​ສອນ​ໄຟ​ຂອງ ເຕ​ເຮ​ຣານ ເປັນ​ປະ​ຈຳ, ຖືນີ້​ແມ່ນ​ໄ​ພນາບ​ຂູ່​ເຖິງ​ສັນ​ຕິ​ພາບ​ໃນ​ພາກ​ພື້​ນ ແລະ ສາ​ກົນ. ແຕ່​ວ່າ, ອີ​ຣານ ​ພັດຖະ​ແຫຼງວ່າ ໂຄງ​ການນີ້​​ແມ່ນເພື່ອ​ຮັບ​ໃຊ້​ຈຸດ​ໝາຍ​ສັ​ນ​ຕິ​ພາບ ແລະ ແມ່​ນ​ມາດ​ຕ​ະ​ການ​ອັນ​ຊອບ​ທ​ຳເພື່ອ​ຍົກ​ສ​ູງ​​ຄວາມ​ສາ​ມາດ​ປ້ອງ​ກັນ ແລະ ປົກ​ປັກ​ຮັ​ກ​ສາ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ