ອີຣານອາດສາມາດດຳເນີນການເຈລະຈາກັບອາເມລິກາ

(VOVWORLD) -ວັນທີ 22 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໃຫ້ຮູ້ວ່າ, ເຕເຮຣານ ພ້ອມແລ້ວທີ່ຈະເຈລະຈາກັບວໍຊິງຕັນ ໂດຍບໍ່ຕ້ອງການວາງອອກເງື່ອນໄຂໃດໆ, ແຕ່ຍາກທີ່ຈະດຳເນີນບັນດາການເຈລະຈາຄືແນວນັ້ນ ຖ້າຫາກອາເມລິກາ ຍັງຄົງມີການກະທຳຂາດຄວາມເຄົາລົບຕໍ່ປະເທດສ.ອິດສະລາມ ນີ້.

ອີຣານອາດສາມາດດຳເນີນການເຈລະຈາກັບອາເມລິກາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif

(ພາບ: IRNA/TTXVN)

ທ່ານລັດຖະມົນຕີການຕ່າງປະເທດ Zarif ເນັ້ນໜັກວ່າ, ອີຣານ ບໍ່ວາງອອກເງື່ອນໄຂ ແລະ ສິ່ງທີ່ເຕເຮຣານ ຕ້ອງການແມ່ນຄວາມເຄົາລົບເຊິ່ງກັນແລະກັນ, ຫາກບໍ່ຈຳເປັນແມ່ນຄວາມໄວ້ເນື້ອເຊື່ອໃຈ. ທ່ານໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ສາມາດຊຸກຍູ້ການເຈລະຈາດ້ວຍການປະຕິບັດຂໍ້ຕົກລົງນິວເຄຼຍເຊິ່ງໄດ້ຮັບການລົງນາມລະຫວ່າງອີຣານ ກັບກຸ່ມ P5+1 ເມື່ອປີ 2015, ກໍຄືຢຸດຕິການຈັດວາງບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດ່ຽວ, ເຊິ່ງເປັນສິ່ງທີ່ວໍຊິງຕັນ ຍາມໃດກໍ່ຖືວ່າແມ່ນການກະທຳຖືກຕ້ອງຕາມກົດໝາຍ.

        ກ່ຽວກັບຄວາມອາດສາມາດວ່າ ອີຣານ ຈະຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍນັ້ນ, ທ່ານ Zarif ໃຫ້ຮູ້ວ່າ, ເຕເຮຣານ ຄວນຕ້ອງໄດ້ຊັ່ງຊາບັນດາຜົນປະໂຫຍດທາງດ້ານການເມືອງ ແລະ ເສດຖະກິດຂອງການຮັກສາຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ