ອີ​ຣານ​ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ຮັບ​ປະ​ກັນ​ນິ​ຕິ​ກຳ ເພື່ອ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ

(VOVWORLD) -ວັນທີ 10 ເມສາ, ນັກສ້າງກົດໝາຍ ອີຣານ ໄດ້ຮຽກຮ້ອງໃຫ້ ອາເມລິກາ ສະໜອງນິຕິກຳ ເພື່ອສະກັດກັ້ນລັດຖະບານຊຸດຕ່າງໆໃນອະນາຄົດຂອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ ແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ ປີ 2015, ຍັງໄດ້ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA).

ອີ​ຣານ​ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ຮັບ​ປະ​ກັນ​ນິ​ຕິ​ກຳ ເພື່ອ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ - ảnh 1ການເຈລະຈາລະຫວ່າງ ອີຣານ ກັບບັນດາປະເທດມະຫາອຳນາດ ເພື່ອແນໃສ່ຟື້ນຟູ ຂໍ້ຕົກລົງ JCPOA (ພາບ: TTXVN)

ຕາມຖະແຫຼງການທີ່ໄດ້ຮັບການລົງນາມຈາກສະມາຊິກລັດຖະສະພາອີຣານ 250 ທ່ານແລ້ວ, ອາເມລິກາຄວນສະໜອງໃຫ້ປະເທດນີ້ຄວາມຮັບປະກັນດ້ານນິຕິກຳທີ່ຈຳເປັນວ່າ ວໍຊິງຕັນ ຈະບໍ່ຖອນຕົວອອກຈາກ JCPOA ອີກຄັ້ງໜຶ່ງ, ແລະບັນຫານີ້ຕ້ອງໄດ້ຮັບປະກັນຈາກບັນດາລະບອບລະບຽບການຕັດສິນ ຂອງອາເມລິກາ, ໃນນັ້ນມີ ສະພາແຫ່ງຊາດ, ພາຍໃຕ້ຮູບແບບຖືກຕ້ອງຕາມກົດໝາຍ ເພື່ອແນໃສ່ບໍ່ສ້າງສິ່ງກີດຂວາງໃດໜຶ່ງຕໍ່ການປະຕິບັດຂໍ້ຕົກລົງໃນອະນາຄົດ.

ໄປຄຽງຄູ່ກັນນັ້ນ, ອາເມລິກາກໍ່ຄວນໃຫ້ຄຳໝັ້ນສັນຍາວ່າ ຄຳສັ່ງລົງໂທດທີ່ຖືກຍົກເລີກ ຈະບໍ່ໄດ້ຈັດວາງໃສ່ອີຣານຄືນໃໝ່, ແລະ ອີຣານ ມີສິດສົ່ງອອກນ້ຳມັນ ໄປຍັງບໍ່ວ່າປະເທດໃດ ດ້ວຍຈຳນວນທີ່ໄດ້ຮັບການຕົກລົງກັນແລ້ວ. ເຕເຮຣານ ກໍ່ອາດຈະໄດ້ຮັບລາຍຮັບຈາກການສົ່ງອອກນ້ຳມັນ ຜ່ານລະບົບທະນາຄານສາກົນ.  

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ Ebrahim Raisi ໃຫ້ຮູ້ວ່າ ປະເທດນີ້ຈະບໍ່ອອກຈາກການເຈລະຈາຢູ່ວຽນນາ (ໂອຕາລິດ), ພ້ອມທັງເນັ້ນໜັກວ່າ ລັດຖະບານ ອີຣານຢາກຊອກຫາວິທີການຮັບປະກັນສິດຂອງປະຊາຊົນຜ່ານຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ