​ອີ​ຣານ​ໄດ້ເກີດຄວາມຜິດພາດທີ່​ໃຫຍ່ຫຼວງ

(VOVWORLD) -  ວັນທີ 20 ມິຖຸນາ, ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຂຽນວ່າ “ອີຣານໄດ້ເກີດຄວາມຜິດພາດທີ່ໃຫຍ່ຫຼວງ”.
 ​ອີ​ຣານ​ໄດ້ເກີດຄວາມຜິດພາດທີ່​ໃຫຍ່ຫຼວງ - ảnh 1ທ່ານ ປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN) 

ຂໍ້ສັງເກດດັ່ງກ່າວໂດຍ “ເຈົ້າຂອງທຳນຽບຂາວ” ຍົກອອກມາພາຍຫຼັງກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຢັ້ງຢືນຂໍ້ມູນວ່າມີ ເຮືອບິນສອດແນມ ບໍ່ມີຄົນຂັບຂອງປະເທດນີ້ຖືກກຳລັງກອງປ້ອງກັນປະຕິວັດ ອີຣານ ຍິງຕົກ ຢູ່ ຊ່ອງແຄບ Hormuz. ຕາມທ່ານ Bill Urban ໂຄສົກກອງບັນຊາການສູນກາງອາເມລິກາ ແລ້ວ, ເຮືອບິນສອດແນມຖືກລະບົບລູກສອນໄຟໜ້າດິນ ຂອງອີຣານ “ຍິງຕົກແບບບໍ່ມີເຫດຜົນເມື່ອເຮືອບິນນີ້ພວມບິນຢູ່ເຂດນ່ານຟ້າສາກົນ”. ໃນຂະນະນັ້ນ, ກຳລັງກອງປ້ອງກັນປະຕິວັດ ອີຣານ ໃຫ້ຮູ້ວ່າໄດ້ຍິງເຮືອຍິນດັ່ງກ່າວຕົກໃນຂະນະມັນພວມບິນຢູ່ເຂດ ນ່ານຟ້າຂອງອີຣານ, ລະອຽດແມ່ນຢູ່ໃກ້ເຂດ Kouhmobarak ທາງທິດໃຕ້ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ