ອະ​ດີດ​ປະ​ທານ​ປະ​ເທດ ເຈືອງ​ເຕິນ​ຊາງ ເຂົ້າ​ຮ່ວມ​ພິ​ທີ​ໄຫ​ວ້​ອາ​ໄລ ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ໃນແຂວງ​ຮ່າ​ຢາງ

(VOVWORLD) -ທ່ານອະດີດປະທານປະເທດຫວຽດນາມ ເຈືອງເຕິນຊາງ ພ້ອມກັບບັນດາຜູ້ແທນ ໄດ້ຖະຫວາຍດອກໄມ້, ທູບທຽນ, ບູຊາອາໄລຫາເຖິງດວງວິນຍານຂອງນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.
ອະ​ດີດ​ປະ​ທານ​ປະ​ເທດ ເຈືອງ​ເຕິນ​ຊາງ ເຂົ້າ​ຮ່ວມ​ພິ​ທີ​ໄຫ​ວ້​ອາ​ໄລ ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ໃນແຂວງ​ຮ່າ​ຢາງ - ảnh 1  ທ່ານອະດີດປະທານປະເທດຫວຽດນາມ ເຈືອງເຕິນຊາງ ພ້ອມກັບບັນດາຜູ້ແທນ ໄດ້ຖະຫວາຍດອກໄມ້, ທູບທຽນ, ບູຊາອາໄລຫາດວງວິນຍານນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

        ວັນທີ 9 ພຶດສະພາ, ຢູ່ ເຂດສຸສານແຫ່ງຊາດນັກຮົບເສຍສະຫຼະຊີວິດເພື່ອຊາດ ວິຊວຽນ, ແຂວງຮ່າຢາງ ໄດ້ດຳເນີນພິທີໄຫວ້ອາໄລ ແລະ ປົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດໃນການສູ້ຮົບປ້ອງກັນຊາຍແດນທາງທິດເໜືອຂອງປະເທດຊາດ. ເຂົ້າຮ່ວມພິທີ ຍັງມີທ່ານອະດີດປະທານປະເທດຫວຽດນາມ ເຈືອງເຕິນຊາງ, ທ່ານພົນໂທ ເລຈຽມ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

        ທ່ານອະດີດປະທານປະເທດຫວຽດນາມ ເຈືອງເຕິນຊາງ ພ້ອມກັບບັນດາຜູ້ແທນ ໄດ້ຖະຫວາຍດອກໄມ້, ທູບທຽນ, ບູຊາອາໄລຫາເຖິງດວງວິນຍານນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ເຊິ່ງແມ່ນບັນດາຜູ້ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອພາລະກິດປົກປັກຮັກສາປະເທດຊາດ. ຕໍ່ຈາກນັ້ນ, ບັນດາຜູ້ແທນ ໄດ້ນຳສົ່ງອັດຖິ 7 ຊຸດ ຂອງນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ກັບເມືອປົ່ງຢູ່ເຂດສຸສານແຫ່ງຊາດນັກຮົບເສຍສະຫຼະຊີວິດເພື່ອຊາດ ວິຊວຽນ, ແຂວງຮ່າຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ