ອະຣັບບິ ຊາອຸດິ ຕ້ອນຮັບຂະບວນຄົນເຂົ້າຮ່ວມບຸນນະມັດສະການ Hajj ເຕົ້າໂຮມຫຼາຍຄົນທີ່ສຸດນັບແຕ່ປິ 2019

(VOVWORLD) - ຂະບວນຄົນໄປນະມັດສະການໄດ້ເຄື່ອນຍ້າຍໄປເຖິງ Mina, ຫ່າງຈາກໂບດ ອິດສະລາມຂອງນະຄອນ Mecca ທີ່ສັກສິດປະມານ 5 ກມ. ຫຼັງຈາກນັ້ນ, ຈຸດສຸມຂອງພິທີ Hajj ແມ່ນການເຕົ້າໂຮມຢູ່ ພູ Arafat
ອະຣັບບິ ຊາອຸດິ ຕ້ອນຮັບຂະບວນຄົນເຂົ້າຮ່ວມບຸນນະມັດສະການ Hajj ເຕົ້າໂຮມຫຼາຍຄົນທີ່ສຸດນັບແຕ່ປິ 2019 - ảnh 1ຊາວມຸດສະລິມ ເປັນຈຳນວນຫຼວງຫຼາຍ ໄດ້ໄປອ້ອມຮອບ Kaaba
(ພາບ:AFP/TTXVN)

ວັນທີ 25 ມິຖຸນາ, ຊາວ ມຸດສະລິມ ເປັນຈຳນວນຫຼວງຫຼາຍ ໄດ້ໄປອ້ອມຮອບ Kaaba, ເຊິ່ງເປັນກ້ອນລູກບາດສີດຳຢູ່ເຂດສັກສິດ Mecca ເມື່ອພິທີ Hajj - ໂດຍເປັນບຸນນະມັດສະການໃຫຍ່ທີ່ສຸດໃນຫຼາຍປີຈຶ່ງໄດ້ເລີ່ມຈັດຂຶ້ນຄືນຢູ່ ອາຣັບບິ ຊາອຸດິ.

        ແລະ ກໍ່ໃນຕອນຄ່ຳວັນດຽວກັນ, ຂະບວນຄົນໄປນະມັດສະການໄດ້ເຄື່ອນຍ້າຍໄປເຖິງ Mina, ຫ່າງຈາກໂບດ ອິດສະລາມຂອງນະຄອນ Mecca ທີ່ສັກສິດປະມານ 5 ກມ. ຫຼັງຈາກນັ້ນ, ຈຸດສຸມຂອງພິທີ Hajj ແມ່ນການເຕົ້າໂຮມຢູ່ ພູ Arafat. ໃນ 2 – 3 ວັນຈະມາເຖິງ, ບັນດາສະສານິກກະຊົນຈະເຕົ້າໂຮມໃນພູແຫ່ງນີ້ ແລະ ເຂດອ້ອມແອ້ມ ເພື່ອສວດມົນ, ອ່ານຄຳພີ Koran ຈົນຮອດຕອນຄ່ຳ.

        ປິ 2023 ນີ້, ອາຣັບບິ ຊາອຸດິ ໄດ້ເຫັນປະຈັກຕາບຸນນະມັດສະການ Hajj ທີ່ໃຫຍ່ທີ່ສຸດນັບແຕ່ປີ 2019, ກ່ອນເວລາເກີດໂລກລະບາດໂຄວິດ -19. ຄາດວ່າ, ຈະມີສາສະນິກກະຊົນກ່ວາ 2,5 ລ້ານຄົນທີ່ມາຈາກ 160 ປະເທດໃນໂລກເຂົ້າຮ່ວມເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ