ອ​າຊຽນ + 3 ສະ​ເໜີ​ຂໍ້​ລິ​ເລີ່ມ​ຊຸກ​ຍູ້​ການ​ຮ່ວມ​ມືໃນລະ​ບົບສະ​ໜອງ

(VOVWORLD) - ບັນດາຂໍ້ລິເລີ່ມໄດ້ຍົກອອກມາຢູ່ເວທີປາໄສ ອາຊຽນ + 3 ກ່ຽວກັບການຮ່ວມມືໃນລະບົບອຸດສາຫະກຳ ແລະ ລະບົບສະໜອງທີ່ໄດ້ດຳເນີນຢູ່ແຂວງ ຊູເຈົາ, ແຂວງ ຈຽງຊູ, ປະເທດຈີນ. 

ວັນທີ 29 ກໍລະກົດ, ຜູ້ຕາງໜ້າບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ (ອາຊຽນ + 3) ໄດ້ສະເໜີບັນດາຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືເປັນລະບົບອຸດສາຫະກຳ ແລະ ລະບົບສະໜອງ.

ບັນດາຂໍ້ລິເລີ່ມໄດ້ຍົກອອກມາຢູ່ເວທີປາໄສ ອາຊຽນ + 3 ກ່ຽວກັບການຮ່ວມມືໃນລະບົບອຸດສາຫະກຳ ແລະ ລະບົບສະໜອງທີ່ໄດ້ດຳເນີນຢູ່ແຂວງ ຊູເຈົາ, ແຂວງ ຈຽງຊູ, ປະເທດຈີນ. ເຂົ້າຮ່ວມເວທີປາໄສມີບັນດາອົງການສົ່ງເສີມການຄ້າ ແລະ ການລົງທຶນ, ຫ້ອງການການຄ້າ ແລະ ສະຫະສະມາຄົມການຄ້າຂອງ 13 ປະເທດ.

ບັນດາຂໍ້ລິເລີ່ມລວມມີການຍົກລະດັບລະບົບອຸດສາຫະກຳ ແລະ ລະບົບສະໜອງໃນພາກພື້ນ, ຮັບປະກັນພະລາທິການສາກົນ ມີການເຄື່ອນໄຫວຢ່າງສະດວກ ແລະ ໄວວາ, ເປີດກວ້າງການຮ່ວມມືໃນພື້ນຖານເສດຖະກິດຂຽວ, ຊຸກຍູ້ການພັດທະນາຂອງພື້ນຖານເສດຖະກິດດີຈີຕອນ ແລະ ຕັ້ງໜ້າກໍ່ສ້າງບັນດາພື້ນຖານການບໍລິການວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ