ອາຊຽນ, ນິວ​ຊີ​ແລນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ​່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(VOVWORLD) -ທີ່ກອງປະຊຸມຄະນະກຳມະການຮ່ວມມືລວມລະຫ່ວາງ ອາຊຽນ - ນິວຊີແລນ (ANZJCC) ຄັ້ງທີ 8 ທີ່ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ ຕາມຮູບການທາງອອນລາຍ, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫ່ວາງ ອາຊຽນ - ນິວຊີແລນ ເລິກເຊິ່ງກ່ວາອີກ. 

ອາຊຽນ, ນິວ​ຊີ​ແລນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ​່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 1ກອງປະຊຸມຄະນະກຳມະການຮ່ວມມືລວມລະຫ່ວາງ ອາຊຽນ - ນິວຊີແລນ (ANZJCC) ຄັ້ງທີ 8

(ພາບ: TTXVN) 

ນີ້ແມ່ນກອງປະຊຸມນັດສາມັນຂັ້ນເອກອັກຄະລັດຖະທູດ ເພື່ອແນໃສ່ສຳຫຼວດກວດຄືນ ແລະ ແລກປ່ຽນບັນດາມາດຕະການ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືລະຫວ່າງ ອາຊຽນ - ນິວຊີແລນ. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະ ນິວຊີແລນ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນໄລຍະທີ່ຜ່ານມາໃນບັນດາຂົງເຂດການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ບຳລຸງສ້າງ, ວັດທະນະທຳ, ການພົວພັນພົບປະແລກປ່ຽນປະຊາຊົນ. ໃນໄລຍະຈະມາເຖິງ, ອາຊຽນ ແລະ ນິວຊີແລນ ຈະສຸມໃສ່ສ້າງແຜນການກະທຳໄລຍະ 2021 - 2025 ໃຫ້ສົມບູນແບບ…ນິວຊີແລນຈະສືບຕໍ່ໜູນຊ່ວຍບັນດາປະເທດອາຊຽນໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເພີ່ມທະວີລັກສະນະໜູນຊ່ວຍກັນລະຫວ່າງບັນດາເປົ້າໝາຍຂອງວິໄສທັດ ອາຊຽນ 2025 ແລະ ໂຄງການດຳເນີນງານ ຂອງ ສປຊ ກ່ຽວກັບເປົ້າໝາຍພັດທະນາແບບຍືນຍົງ  (SGGs) ຈົນຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ