ອາຊຽນ - ອີຢູ ໃຫ້ຄໍາໝັ້ນສັນຍາ ເພີ່່ມທະວິການຮ່ວມມືຮອບດ້ານ

(VOVWORLD) -ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງບັນດາຄວາມມານະພະຍາຍາມມຸ່ງໄປສູ່ສັນຍາການຄ້າເສລີ ອາຊຽນ - ອີຢູ, ບົນພື້ນຖານບັນດາສັນຍາການຄ້າເສລີສອງຝ່າຍ ລະຫວ່າງ ອີຢູກັບບັນດາປະເທດ ອາຊຽນ.
ອາຊຽນ - ອີຢູ ໃຫ້ຄໍາໝັ້ນສັນຍາ ເພີ່່ມທະວິການຮ່ວມມືຮອບດ້ານ - ảnh 1ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: TTXVN) 

ວັນທີ 21 ມັງກອນ, ຢູ່ບຣຸກແຊນ, ປະເທດແບນຊິກ ໄດ້ດໍາເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີີ 21  ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່່າງປະເທດບັນດາປະເທດ ອາຊຽນ ແລະ 24 ປະເທດ ສະມາຊິກ ອີຢູ. ທີ່ກອງປະຊຸມ, ສອງຝ່າຍໄດ້ຢັ້ງຢືນຄໍາໝັ້ນສັນຍາ ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່່າງ ອາຊຽນ ແລະ ອີຢູ ຢ່າງແຮງ, ໂດຍເນັ້ນໜັກເຖິງລັກສະນະພິເສດຂອງການພົວພັນລະຫວ່າງສອງອົງການຈັດຕັ້ງຂອງພາກພື້ນ ຊຶ່ງຮັບການຕີລາຄາວ່າ ປະສົບຜົນສໍາເລັດທີ່ສຸດ, ເໝືອນດັ່ງບັນດາຄູ່ຮ່ວມມືໃນການຮ່ວມສໍາພັນ”. ກ່ຽວກັບການກໍານົດທິດການພົວພັນລະຫວ່າງ ອາຊຽນ - ອີຢູ ໃນໄລຍະຈະມາເຖິງ, ບັນດາປະເທດເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດ ທີ່ມີຄວາມສົນໃຈ ແລະ ເພື່ອຜົນປະໂຫຍດລວມ ຄື ເສດຖະກິດ- ການຄ້າ-ການລົງທຶນ, ການເຊື່ອມຕໍ່, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ການຕ້ານການກໍ່ການຮ້າຍ...ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງບັນດາຄວາມມານະພະຍາຍາມມຸ່ງໄປສູ່ສັນຍາການຄ້າເສລີ ອາຊຽນ - ອີຢູ, ບົນພື້ນຖານບັນດາສັນຍາການຄ້າເສລີສອງຝ່າຍ ລະຫວ່າງ ອີຢູກັບບັນດາປະເທດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ