ອາ​ຊຽນ ເຊ​ີດ​ຊູສອງ​ໂຮງ​ຮຽນ Eco – school ແລະ ຊາວ​ໜຸ່ມ​ດີ​ເດັ່ນ​ຮອບ​ດ້ານສອງ​ຄົນ​ຂອງ ຫວຽດ​ນາມ

(VOVWORLD) -   ໂຮງຮຽນສອງແຫ່ງທີ່ໄດ້ຮັບການເຊີດຊູ ລວມມີ: ໂຮງຮຽນປະຖົມ ເຍິນເຫງຍ ຢູ່ນະຄອນ ເກີ່ນເທີ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ອຽນລາກ, ແຂວງ ຫວິງຝຸກ.
ອາ​ຊຽນ ເຊ​ີດ​ຊູສອງ​ໂຮງ​ຮຽນ Eco – school ແລະ ຊາວ​ໜຸ່ມ​ດີ​ເດັ່ນ​ຮອບ​ດ້ານສອງ​ຄົນ​ຂອງ ຫວຽດ​ນາມ     - ảnh 1ພິທີມອບລາງວັນ ASEAN Youth Eco-Champions Award (ພາບ: TTXVN)
ຫວຽດນາມ ມີໂຮງຮຽນ Eco – school ສອງແຫ່ງ ແລະ ຊາວໜຸ່ມດີເດັ່ນຮອບດ້ານ ສອງຄົນ ໄດ້ຮັບການເຊີດຊູໃນພິທີມອບລາງວັນໂຮງຮຽນ Eco – school ອາຊຽນ (ASEAN Eco – school Award) ແລະ ລາງວັນຊາວໜຸ່ມດີເດັ່ນຮອບດ້ານ ອາຊຽນ (ASEAN Youth Eco-Champions Award), ໄດ້ຈັດຂຶ້ນໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງສິ່ງແວດລ້ອມ ອາຊຽນ ຄັ້ງທີ 17  ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ ວຽນຈັນ ໃນວັນທີ 23 ສິງຫາ.
 
 
 
   ໂຮງຮຽນສອງແຫ່ງທີ່ໄດ້ຮັບການເຊີດຊູ ລວມມີ: ໂຮງຮຽນປະຖົມ ເຍິນເຫງຍ ຢູ່ນະຄອນ ເກີ່ນເທີ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ອຽນລາກ, ແຂວງ ຫວິງຝຸກ.
        ໃນພິທີມອບລາງວັນປີນີ້, ນັກສິລະປິນ ຫງວຽນຮົ່ງມິງ ແລະ ນັກສິລະປິນ ຫງວຽນ ເຈົາບ໋າວ ຫົວໜ້າກຸ່ມ Act- Now ໄດ້ຮັບການເຊີດຊູວ່າ ເປັນຊາວໜຸ່ມ ດີເດັ່ນຮອບດ້ານ ອາຊຽນ 2023.

 


ຕອບກັບ

ຂ່າວ/ບົດ​ອື່ນ