ອາຊຽນ ເພີ່ມທະວີການຮ່ວມມືແນໃສ່ຊຸກຍູ້ການຫັນເປັນດີຈີຕອນ

(VOVWORLD) -ພາຍຫລັງດຳເນີນກອງປະຊຸມມາເປັນເວລາ 2 ວັນ, ຕອນບ່າຍວັນທີ 25 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 (TELMIN 19) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງຢູ່ນະຄອນຫລວງ ວຽງຈັນ. 

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແທ່ງຮຶງ ນຳໜ້າໄດ້ມີບັນດາການເຄື່ອນໄຫວທັງຢູ່ໃນ ແລະ ນອກກອງປະຊຸມ.

ອາຊຽນ ເພີ່ມທະວີການຮ່ວມມືແນໃສ່ຊຸກຍູ້ການຫັນເປັນດີຈີຕອນ - ảnh 1 ອາຊຽນ ເພີ່ມທະວີການຮ່ວມມືແນໃສ່ຊຸກຍູ້ການຫັນເປັນດີຈີຕອນ (ພາບ: ຫວຽດນາມ+)

        ດ້ວຍຫົວຂໍ້ວ່າ “ສ້າງການເຊື່ອມຈອດທີ່ທັນສະໄໝ ເພື່ອການຫັນເປັນດີຈີຕອນຂອງ ອາຊຽນ”, ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ປຶກສາຫາລື ແລະ ຢັ້ງຢືນຄວາມຕັດສິນໃຈໃນການຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມ, ລາຍການຮ່ວມມືແນໃສ່ຊຸກຍູ້ການຫັນເປັນດີຈີຕອນຂອງ ອາຊຽນ. ກອງປະຊຸມກໍ່ໄດ້ພິຈາລະນາຮັບຮອງເອົາບັນດາໂຄງການ, ລາຍການຮ່ວມມືລະອຽດໄລຍະປີ 2020 – 2021, ໃນນັ້ນ ກຳນົດບັນດາຂົງເຂດບຸລິມະສິດ ເພື່ອໃຫ້ແຕ່ລະປະເທດເປັນເຈົ້າພາບຈັດຕັ້ງ ແລະ ຮັບຜິດຊອບການຜັນຂະຫຍາຍ, ແບ່ງປັນໝາກຜົນກັບບັນດາປະເທດໃນພາກພື້ນ. ນອກຈາກລາຍການເຮັດວຽກພາຍໃນແລ້ວ, ກອງປະຊຸມກໍ່ໄດ້ເຮັດວຽກກັບແຕ່ລະປະເທດຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອາເມລິກາ, ຄະນະກຳມະການ ເອີຣົບ ແລະ ສະຫະພັນໂທລະຄົມມະນາຄົມສາກົນ (ITU) ແລະ ຮັບຮອງເອົາບັນດາໂຄງການ, ການເຄື່ອນໄຫວຮ່ວມມືປີ 2020 ໃນນັ້ນ ສຸມໃສ່ບັນດາຂົງເຂດຮ່ວມມືແລກປ່ຽນນະໂຍບາຍ ແລະ ຄຸ້ມຄອງ ICT, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຮັບຮອງເອົາບັນດາເທັກໂນໂລຢີໃໝ່, ຍົກສູງກຳລັງຄວາມສາມາດຮ່ວມມືຕໍ່ຄວາມສ່ຽງກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ