ອາຊຽນຄົບຮອບ 50 ປີ, ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 6 ຂອງໂລກ

(VOVWORLD) -ອາຊຽນໄດ້ຄົບຮອບ 50 ປີແຫ່ງວັນສ້າງຕັ້ງ ແລະ ພວມນັບມື້ນັບມີບົດບາດອັນເຕີບໃຫຍ່ເຂັ້ມແຂງໃນພື້ນຖານເສດຖະກິດໂລກ

ອາຊຽນຄົບຮອບ 50 ປີ, ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 6 ຂອງໂລກ - ảnh 1

ທ່ານນາງ ຫງວຽນກີງງາ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ

ໜຶ່ງໃນ 3 ເສົາຄ້ຳຫຼັກຂອງອາຊຽນແມ່ນການຮ່ວມມືເສດຖະກິດ, ປະຊາຄົມເສດຖະກິດອາຊຽນ (AEC) ໄດ້ຮັບການສ້າງຕັ້ງແຕ່ວັນທີ 31 ທັນວາປີ 2015 ໄດ້ຫັນຄວາມຕັດສິນໃຈຂອງບັນດາປະເທດພາຄີສ້າງອາຊຽນກາຍເປັນຕະຫຼາດລວມ ຊຶ່ງແມ່ນພາກພື້ນທີ່ມີພື້ນຖານການຜະລິດລວມ. ແລກປ່ຽນກັບນັກຂ່າວເນື່ອງໃນໂອກາດວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ, ທ່ານນາງ ຫງວຽນກີງງາ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຢືນຢັນວ່າ : 

    “ ການສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ (AEC)ໃນທ້າຍປີ 2015 ໄດ້ຢືນຢັນຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງອາຊຽນໃນການຫັນລະບອບພາສີອາກອນເປັນເສລີ, ລົບລ້າງສິ່ງກີດຂວາງທາງດ້ານການຄ້າ ແລະການລົງທຶນ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດແກ່ງແຍ້ງ, ໂປ່ງໃສ ເປັນປະຖົມປັດໄຈເພື່ອສ້າງ ປະຊາຄົມເສດຖະກິດອາຊຽນ (AEC) ຄົບຖ້ວນ. ປະຈຸບັນ ອາຊຽນພວມເປີດກ້ວາງວິໄສທັດເສດຖະກິດອາຊຽນມຸ່ງໄປສູ່ປີ 2025 ດ້ວຍ 5 ເສົາຄ້ຳ, ມີຜົນກະທົບໄປມາ. ນັ້ນແມ່ນພື້ນຖານເສດຖະກິດເຊື່ອມໂຍງສູງ ແລະ ຜູກຮັດ, ເປັນກຸ່ມອາຊຽນແກ່ງແຍ້ງປ່ຽນແປງໃໝ່ ແລະ ຂະຫຍັນຂັນເຄື່ອນ  ”

ຕອບກັບ

ຂ່າວ/ບົດ​ອື່ນ