ອາຊຽນຄວນສວມບົດບາດໃຈກາງໃນການຊຸກຍູ້ຮ່ວມສຳພັນແລະເຊື່ອມຕໍ່ອາຊີຕາເວັນອອກ

ອາຊຽນຄວນສວມບົດບາດໃຈກາງໃນການຊຸກຍູ້ຮ່ວມສຳພັນແລະເຊື່ອມຕໍ່ອາຊີຕາເວັນອອກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ
photo:internet

(vovworld)-ສິ່ງ​ດ່ັງກ່າວ​ໂດຍ​ແມ່ນ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ຢືນຢັນ​ໃນ​ບົດ​ປາ​ໄສ​ທີ່​ວາລະ​ປ​​ະຊຸມ“ ສ້າງ​​​ໂຄງ​ປະກອບອາ​ຊຽນຄືນ​ໃຫມ່ ​ແລະ ບັນດາການ​ກະທົບ​ເຖິງ​ການ​ເຕີບ​ໂຕ​ຢູ່ ອາຊີ​ຕາ​ເວັນ​ອອກ ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ WEF ຄັ້ງ​ທີ 44 ຈັດ​ຂຶ້ນ​ຢູ່ Davos ​ໃນ​ຕອນ​ບ່າຍ​ວັນ​ທີ 24/1. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຟ້າ​ມບີ​ງມີ​ງ ຖື​ວ່າ: ບັນດາ​ປະ​ເທດ ອາ​ຊຽນ ຄວນ​ມີແຫລ່ງກຳລັງ​ພາຍໃນຢ່າງແຮງ, ​ເປັນ​ຕົ້ນ​ແມ່ນ​ເສດຖະກິດ​ຜ່ານ​ການ​ສ້າງ​​ໂຄງ​ປະກອບ​ເສດຖະກິດ​ໝັ້ນຄົງ, ມີ​ຄວາມ​ສາມາດ​ຮັບ​ມື​ກັບ​ບັນດາ​ການ​ຜັນ​ແປ​ຂອງ​ສະພາ​ບ​ແວດ​ລ້ອມ​ຈາກ​ພາຍ​ນອກ, ຈາກ​ນັ້ນ​ສວມ​ບົດບາດ​ໃຈກາງ​ຂອງ​ການ​ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ຕໍ່​ພາກ​ພື້ນ.  ຫວຽດນາມ ສະ​ເຫນ​ີ: ອາ​ຊຽນ ສ້າງ​ໂຄງການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ພັດທະນາ ດ້ວຍ​ຈຸ​ດສຸມ​​ແມ່ນ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ແບບ​ຍືນ​ຍົງ.  ນອກ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ຍັງ​ຖື​ວ່າ: ອາ​ຊຽນ ຕ້ອງ​ສືບ​ຕໍ່​​​ແມ່ນ​ກຳລັງ​ຫລັກ​ແຫ​ລ່ງ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ.

 

 

ຂ່າວ/ບົດ​ອື່ນ