ອາຊຽນຊຸກຍູ້ການສຶກສາພາບໃນກຸ່ມ

ອາຊຽນຊຸກຍູ້ການສຶກສາພາບໃນກຸ່ມ - ảnh 1
ພາບປະກອບ

(vovworld) - ຕອນ​ບ່າ​ຍວັນ​ທີ 12/9, ຢູ່​ນະຄອນຫຼວງ ວຽງ​ຈັນ, ທ່ານ ພັນ​ຄຳ ວິພາ​ວັນ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ສຶກສາ ອາ​ຊຽນຄັ້ງ​ທີ 8 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຄື: ກອງ​ປະຊຸມ​ລັດຖະມົນຕີ​ສຶກສາ ອາ​ຊຽນ + 3 ຄັ້ງ​ທີ 2 ​(APT EMM 2) ແລະ ກອງ​ປະຊຸມລັດຖະມົນຕີ​​ສຶກສາ​ຂັ້ນ​ສູງ ອາຊີ ຕາ​ເວັນ​ອອກ ຄັ້ງ​ທີ 2 (EAS EMM 2). ທ່ານ​ຮອງ​ນາຍົກລັດຖະມົນຕີ ພັນ​ຄຳ ວິພາ​ວັນ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໄດ້​ຮັບຮູ້ ​ແລະ ​ແລກປ່ຽນ​ທັດສະນະ ​ແລະ ບັນດາ​ເນື້ອ​ໃນ​ຫຼັກ​ແຫຼ່ງ ຂອງ​ວິ​ໄສ​ທັດ​ພື້ນຖານ​ການ​ສຶກສາ​ຫຼັງ​ປີ 2015 ຈະ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ, ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ການ​ສຶກສາ ອາ​ຊຽນ ​ໃນ​ການ​ສ້າງ​ກຸ່ມ​ສະ​ເພາະ​ກິດ​ລວມພ້ອມກັບ​ຄະນະ​ເລຂາ ສະພາ​ລັດຖະມົນຕີ​ການ​ສຶກສາ ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEAMEO) ​ເພື່ອ​ແນ​ໃສ່​ສ້າງ​ແຜນການ​​​ວຽກ​ງານ​ການ​ສຶກສາ ອາ​ຊຽນ ​ໄລຍະ 5 ປີ (2016 – 2020).​.​.​ ​ໃຫ້​ສຳ​ເລດ. ກອງ​ປ​ະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ສຶກສາ ອາ​ຊຽນ ຄັ້ງ​ທີ 8 (ASED 8) ລວມມີ 9 ຂໍ້. ປີ 2016, ​ມາ​ເລ​ເຊຍ ຈະ​ຮັບ​ຖານະ​ເປັນ​ປະທານ ​ແລະ ຈະ​ເປັນ​​ເຈົ້າ​ການ​ຈັດ​ຕັ້ງ ASED 9, APT EMM 3, EAS EMM 3 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ