ອາ​ນບາ​ນີ, ບ​ຣ​າ​ຊິນ, ກາ​ບົງ, ກາ​ນາ ແລະ ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​​ກຳ​ມະ​ການສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2022 – 2023

(VOVWORLD) -ວັນທີ 11 ມິຖຸນາ, ສະມັດຊາໃຫຍ່ ສປຊ ໄດ້ດຳເນີນການປ່ອນບັດເລືອກຕັ້ງ ອານບານີ, ບຣາຊິນ, ກາບົງ, ການາ ແລະ ສະຫະລັດ ອາຣັບ ເອມມີເລດ (UAE) ເຂົ້າເປັນກຳມະການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2 ປີ, ເຊິ່ງໄດ້ເລີ່ມແຕ່ວັນທີ 1 ມັງກອນ ປີ 2022.
ອາ​ນບາ​ນີ, ບ​ຣ​າ​ຊິນ, ກາ​ບົງ, ກາ​ນາ ແລະ ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​​ກຳ​ມະ​ການສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2022 – 2023 - ảnh 1ສະມັດຊາໃຫຍ່ ສປຊ ໄດ້ດຳເນີນການປ່ອນບັດເລືອກຕັ້ງ ອານບານີ, ບຣາຊິນ, ກາບົງ, ການາ ແລະ ສະຫະລັດ ອາຣັບ ເອມມີເລດ  (ພາບ: UN Photo)

ທັງ 5 ປະເທດອອກສະໝັກຮັບເລືອກຕັ້ງເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໂດຍບໍ່ຕ້ອງແກ້ງແຍ້ງກັບປະເທດໃດໆໃນພາກພື້ນຂອງຕົນ. ບັນດາປະເທດເຫຼົ່ານີ້ ຈະປ່ຽນແທນໃຫ້ບັນດາປະເທດ ແອັດສໂຕນີ, ນີເຊ, ແຊງແວັງຊັງ, ຕຸຍນີຊີ ແລະ ຫວຽດນາມ ເຊິ່ງຄາດວ່າຈະໝົດອາຍຸການ ໃນທ້າຍປີ 2021.

        ເພື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງ, ບັນດາປະເທດເຂົ້າຮ່ວມການສະໝັກຮັບເລືອກຕັ້ງຕ້ອງມີຢ່າງໜ້ອຍສຸດ 2/3 ຈຳນວນບັດສະໜັບສະໜູນຈາກ 193 ປະເທດສະມາຊິກ ສປຊ. ຕາມນັ້ນແລ້ວ, ການາ ຈະໄດ້ຮັບບັດສະໜັບສະໜູນຈຳນວນ 185 ບັດ, ກາບົງ ໄດ້ຮັບ 183 ບັດ, ສະຫະລັດ ອາຣັບ ເອມມີເລດ 179 ບັດ, ອາບານີ ແມ່ນ 178 ບັດ ແລະ ບຣຊິນ 181 ບັດ.


ຕອບກັບ

ຂ່າວ/ບົດ​ອື່ນ